Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 19:9 - ພຣະຄຳພີສັກສິ

9 ພວກ​ອຳໂມນ​ເຄື່ອນທັບ​ມາ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ເຂົ້າ​ຂອງ​ຣັບບາ ເມືອງເອກ​ຂອງ​ພວກເຂົາ; ແລະ​ບັນດາ​ກະສັດ​ທີ່​ມາ​ຊ່ວຍ​ນັ້ນ ກໍ​ຕັ້ງ​ທີ່ໝັ້ນ​ຂອງ​ພວກ​ຕົນ​ຢູ່​ນອກ​ຕົວເມືອງ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 19:9
12 Jak'a apnaqawi uñst'ayäwi  

ຊາວ​ອຳໂມນ​ໄດ້​ເຄື່ອນທັບ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ເຂົ້າ​ຣັບບາ ເມືອງ​ເອກ​ຂອງ​ພວກເຂົາ; ໃນຂະນະ​ດຽວກັນ​ນັ້ນ ພວກ​ອື່ນ​ຄື​ຊາວ​ຊີເຣຍ​ກັບ​ທະຫານ​ຈາກ​ເມືອງ​ໂຕບ ແລະ​ມາອາກາ ກໍ​ຕັ້ງ​ທີ່ໝັ້ນ​ຢູ່​ນອກເມືອງ.


ກະສັດ​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ສິ່ງໃດ​ກໍໄດ້​ທີ່​ພວກເຈົ້າ​ຄິດ​ວ່າ​ເປັນ​ການ​ດີ.” ແລ້ວ​ເພິ່ນ​ກໍ​ຢືນ​ເບິ່ງ​ຢູ່​ຂ້າງ​ປະຕູ​ກຳແພງ​ເມືອງ ໃນ​ຂະນະທີ່​ທະຫານ​ຂອງ​ເພິ່ນ​ຍ່າງ​ອອກ​ໄປ​ເປັນ​ກອງຮ້ອຍ​ແລະ​ກອງພັນ.


ເຈົ້າ​ເບັນຮາດາດ ກະສັດ​ແຫ່ງ​ຊີເຣຍ​ໄດ້​ຮວບຮວມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ ແລະ​ມີ​ພວກ​ກະສັດ​ສາມສິບສອງ​ຄົນ ມີ​ຄົນອື່ນ​ອີກ​ສະໜັບ​ສະໜູນ​ໂດຍ​ໃຫ້​ຝູງມ້າ​ແລະ​ລົດຮົບ ໄດ້​ຍົກທັບ​ຂຶ້ນ​ໄປ​ອ້ອມ​ນະຄອນ​ຊາມາເຣຍ​ໄວ້​ແລະ​ໄດ້​ເຂົ້າ​ໂຈມຕີ​ເອົາ​ເມືອງ.


ບັດນີ້​ຂໍ​ທ່ານ​ຈົ່ງ​ປົດ​ພວກ​ກະສັດ​ສາມສິບສອງ​ຄົນ​ນີ້​ອອກ​ຈາກ​ຕຳແໜ່ງ​ຜູ້​ບັນຊາການ ແລະ​ແຕ່ງຕັ້ງ​ພວກ​ຜູ້​ບັນຊາການ​ສະໜາມຮົບ​ແທນ.


ໂຢອາບ​ໄດ້​ເຫັນ​ວ່າ ກອງທັບ​ຂອງ​ສັດຕູ​ຈະ​ໂຈມຕີ​ທາງ​ດ້ານ​ໜ້າ​ແລະ​ດ້ານຫລັງ; ສະນັ້ນ ເພິ່ນ​ຈຶ່ງ​ເລືອກ​ເອົາ​ທະຫານ​ອິດສະຣາເອນ​ຜູ້​ທີ່​ເກັ່ງກ້າ​ທີ່ສຸດ ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ປະເຊີນ​ໜ້າ​ກັບ​ທະຫານ​ຊີເຣຍ.


ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສົ່ງ​ໂຢອາບ​ພ້ອມ​ດ້ວຍ​ກອງທັບ​ທັງໝົດ​ອອກ​ໄປ.


ອາບີຢາ​ໄດ້​ຍົກທັບ​ອອກ​ໄປ​ໂຈມຕີ​ໂດຍ​ມີ​ທະຫານ​ສີ່ຮ້ອຍ​ພັນ​ຄົນ ແລະ​ເຢໂຣໂບອາມ​ກໍ​ຍົກທັບ​ອອກ​ໄປ​ຕໍ່ສູ້​ໂດຍ​ມີ​ທະຫານ​ແປດຮ້ອຍ​ພັນ​ຄົນ.


ອາສາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ເຊຣາ ແລະ​ທັງສອງ​ຝ່າຍ​ໄດ້​ຕັ້ງ​ທີ່ໝັ້ນ​ຢູ່​ໃນ​ຮ່ອມພູ​ເຊຟາທາ​ໃກ້​ກັບ​ເມືອງ​ມາເຣຊາ.


ພຣະອົງ​ຈະ​ໃຫ້​ຜູ້​ເຮັດ​ໜ້າທີ່​ຕັດສິນ​ຄະດີ ມີ​ຄວາມ​ເຂົ້າໃຈ​ຄວາມ​ຍຸດຕິທຳ ແລະ​ຈະ​ໃຫ້​ຄວາມ​ກ້າຫານ​ແກ່​ຜູ້​ທີ່​ປ້ອງກັນ​ປະຕູ​ເມືອງ​ບໍ່​ໃຫ້​ຖືກ​ໂຈມຕີ.


ພວກເຂົາ​ຢຶດ​ໜ້າທະນູ ແລະ​ດາບ​ໄດ້​ຫລວງຫລາຍ ພວກເຂົາ​ໂຫດຮ້າຍ​ຫລາຍ​ໄຮ້​ຄວາມ​ເມດຕາ​ທັງນັ້ນ. ພວກເຂົາ​ຮ້ອງ​ສຽງດັງ​ກ້ອງ​ດັ່ງ​ຄື້ນ​ທະເລ ເມື່ອ​ພວກເຂົາ​ຂີ່​ມ້າ​ຂອງຕົນ​ແລ່ນ​ຫອບໄປ​ນັ້ນ. ພວກເຂົາ​ຕ່າງ​ກໍ​ຕຽມພ້ອມ​ເຂົ້າ​ສູ່​ສະໜາມ ຕຽມ​ເຮັດ​ສົງຄາມ​ຕໍ່ສູ້​ບາບີໂລນ​ທັງນັ້ນ.


ເມື່ອ​ມັນ​ກະໂດດ​ເຕັ້ນ​ຢູ່​ເທິງ​ຈອມ​ພູເຂົາ​ທັງຫລາຍ ກໍ​ມີ​ສຽງດັງ​ເໝືອນ​ສຽງ​ລົດຮົບ; ດັງ​ປັອກແປັກ​ຄື​ສຽງ​ໄຟ​ໄໝ້​ຫຍ້າແຫ້ງ​ຕາມ​ທົ່ງນາ ມາ​ເປັນ​ຖັນແຖວ​ຄື​ກອງທັບ​ໃຫຍ່​ເຂົ້າ​ສູ່​ສະໜາມຮົບ.


ສ່ວນ​ກະສັດ​ໂຊນ​ແລະ​ຊາວ​ອິດສະຣາເອນ​ນັ້ນ​ກໍໄດ້​ເຕົ້າໂຮມ​ກັນ ແລະ​ຕັ້ງ​ຄ້າຍ​ຢູ່​ທີ່​ຮ່ອມພູ​ເອລາ, ແລ້ວ​ພວກເຂົາ​ກໍ​ຕຽມພ້ອມ​ທີ່​ຈະ​ສູ້ຮົບ​ພວກ​ຟີລິດສະຕິນ​ໃນ​ທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka