8 ເມື່ອກະສັດດາວິດໄດ້ຍິນສິ່ງທີ່ເກີດຂຶ້ນ ເພິ່ນຈຶ່ງສົ່ງໂຢອາບພ້ອມດ້ວຍກອງທັບທັງໝົດອອກໄປ.
ດາວິດໄດ້ເວົ້າວ່າ, “ຜູ້ທຳອິດທີ່ຂ້າຄົນເຢບຸດ ຈະໄດ້ເປັນຜູ້ບັນຊາການທະຫານ” ສະນັ້ນ ໂຢອາບລູກຊາຍຂອງນາງເຊຣູອີຢາຈຶ່ງເປັນຜູ້ນຳພາບຸກໂຈມຕີເມືອງນີ້ ແລະໄດ້ເປັນຜູ້ບັນຊາການທະຫານ.
ລົດຮົບສາມສິບສອງພັນຄັນ ທີ່ຖືກຈ້າງມາ ແລະກອງທັບຂອງກະສັດມາອາກາ ໄດ້ຕັ້ງຄ້າຍຢູ່ໃກ້ເມືອງເມເດບາ. ແລ້ວຊາວອຳໂມນກໍໄດ້ອອກມາຈາກເມືອງຕ່າງໆຂອງພວກເຂົາ ເພື່ອຕຽມສູ້ຮົບ.
ພວກອຳໂມນເຄື່ອນທັບມາຕັ້ງທີ່ໝັ້ນຢູ່ທາງເຂົ້າຂອງຣັບບາ ເມືອງເອກຂອງພວກເຂົາ; ແລະບັນດາກະສັດທີ່ມາຊ່ວຍນັ້ນ ກໍຕັ້ງທີ່ໝັ້ນຂອງພວກຕົນຢູ່ນອກຕົວເມືອງ.