Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 19:5 - ພຣະຄຳພີສັກສິ

5 ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ຄວາມ​ໄປ​ບອກ​ພວກເຂົາ​ໃຫ້​ພັກ​ຢູ່​ເມືອງ​ເຢຣິໂກ ແລະ​ບໍ່​ໃຫ້​ກັບຄືນ​ມາ​ຈົນກວ່າ​ໜວດ​ປົ່ງ​ເສຍ​ກ່ອນ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 19:5
7 Jak'a apnaqawi uñst'ayäwi  

ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່​ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກເຂົາ​ລໍ​ຖ້າ​ຢູ່​ໃນ​ເມືອງ​ເຢຣິໂກ ຈົນກວ່າ​ໜວດ​ຂອງ​ພວກເຂົາ​ປົ່ງ​ໃໝ່​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ.


ໃນ​ຣາຊການ​ຂອງ​ເພິ່ນ, ຮີເອນ​ຊາວ​ເມືອງ​ເບັດເອນ​ໄດ້​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່. ຂະນະທີ່​ຮີເອນ​ສ້າງ​ພື້ນຖານ​ຂອງ​ເມືອງ​ເຢຣິໂກ​ຂຶ້ນ​ນັ້ນ ອາບີຣາມ​ລູກຊາຍກົກ​ຂອງ​ເພິ່ນ​ກໍ​ຕາຍ ແລະ​ຂະນະທີ່​ເພິ່ນ​ສ້າງ​ປະຕູ​ເມືອງ​ຂຶ້ນ​ນັ້ນ, ເຊກຸບ​ລູກຊາຍຫລ້າ​ຂອງ​ເພິ່ນ​ກໍ​ຕາຍ​ອີກ. ເຫດການ​ນີ້​ແມ່ນ​ຖືກຕ້ອງ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ບອກ​ໄວ້​ຜ່ານ​ທາງ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ຕັດ​ໜວດ​ຂ້າງ​ໜຶ່ງ​ອອກ ທັງ​ຕັດ​ຂາສົ້ງ​ຈົນ​ຈຳ​ກະໂພກ ແລະ​ສົ່ງ​ພວກເຂົາ​ກັບຄືນ​ເມືອ.


ກະສັດ​ຮານູນ ແລະ​ຊາວ​ອຳໂມນ​ຮູ້​ສຶກ​ວ່າ ພວກ​ຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ​ແລ້ວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈ່າຍ​ເງິນ​ປະມານ​ສາມສິບສີ່ພັນ​ກິໂລກຼາມ ເພື່ອ​ຈ້າງ​ເອົາ​ລົດຮົບ​ພ້ອມ​ຄົນ​ຂັບ​ຈາກ​ເມໂຊໂປຕາເມຍ​ຕອນ​ເທິງ ແລະ​ຈາກ​ນະຄອນ​ມາອາກາ ແລະ​ໂຊບາ​ແຫ່ງ​ຊີເຣຍ.


ເມື່ອ​ພວກ​ຜູ້ຮັບໃຊ້​ດ້ວຍ​ກັນ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ກໍ​ເປັນທຸກໃຈ​ຫລາຍ ຈຶ່ງ​ໄປ​ແຈ້ງ​ເລື່ອງລາວ​ທັງໝົດ​ໃຫ້​ກະສັດ​ຮັບຮູ້.


ແຕ່​ຜົມ​ຂອງ​ແຊມຊັນ​ໄດ້​ເລີ່ມ​ປົ່ງ​ຂຶ້ນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka