Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 19:4 - ພຣະຄຳພີສັກສິ

4 ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ຕັດ​ໜວດ​ຂ້າງ​ໜຶ່ງ​ອອກ ທັງ​ຕັດ​ຂາສົ້ງ​ຈົນ​ຈຳ​ກະໂພກ ແລະ​ສົ່ງ​ພວກເຂົາ​ກັບຄືນ​ເມືອ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 19:4
14 Jak'a apnaqawi uñst'ayäwi  

ພວກ​ຜູ້ນຳ​ຊາວ​ອຳໂມນ​ຈຶ່ງ​ໄປ​ບອກ​ກະສັດ​ວ່າ, “ທ່ານ​ຄິດ​ວ່າ​ກະສັດ​ດາວິດ​ສົ່ງ​ຄະນະທູດ ມາ​ສະແດງ​ການ​ໄວ້​ອາໄລ​ນຳ​ທ່ານ​ໃນ​ເວລາ​ນີ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພໍ່​ຂອງທ່ານ​ບໍ? ແນ່ນອນ​ບໍ່ແມ່ນ​ດອກ ເພິ່ນ​ສົ່ງ​ພວກເຂົາ​ມາ​ທີ່​ນີ້​ເພື່ອ​ສອດແນມ​ເບິ່ງ​ເມືອງ​ຂອງ​ພວກເຮົາ ເພື່ອ​ວ່າ​ເພິ່ນ​ຈະ​ສາມາດ​ຮົບ​ຊະນະ​ພວກເຮົາ​ໄດ້.”


ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ຄວາມ​ໄປ​ບອກ​ພວກເຂົາ​ໃຫ້​ພັກ​ຢູ່​ເມືອງ​ເຢຣິໂກ ແລະ​ບໍ່​ໃຫ້​ກັບຄືນ​ມາ​ຈົນກວ່າ​ໜວດ​ປົ່ງ​ເສຍ​ກ່ອນ.


ແຕ່​ພວກເຂົາ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ພວກ​ຜູ້ນຳຂ່າວ​ຂອງ​ພຣະເຈົ້າ ໂດຍ​ບໍ່ຍອມ​ຮັບ​ເອົາ​ຖ້ອຍຄຳ​ຂອງ​ພຣະອົງ ແລະ​ຫົວຂວັນ​ໃສ່​ຜູ້ທຳນວາຍ​ຂອງ​ພຣະອົງ; ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ຫລາຍ​ຍິ່ງ​ຂຶ້ນ ຈົນ​ບໍ່ມີ​ຜູ້ໃດ​ໜີພົ້ນ​ໄປ​ໄດ້.


ພວກເຂົາ​ເອົາ​ຄວາມ​ຊົ່ວຮ້າຍ​ຕອບ​ແທນ​ຄວາມດີ ແລະ​ຂ້ານ້ອຍ​ກໍ​ຈົມ​ຢູ່​ໃນ​ຄວາມ​ສິ້ນຫວັງ​ແລ້ວ.


ປະຊາຊົນ​ແຫ່ງ​ດີໂບນ ປີນຂຶ້ນ​ສູ່​ເທິງ​ພູ​ເພື່ອ​ໄປ​ຮ້ອງໄຫ້​ໃນ​ບ່ອນ​ທີ່​ມີ​ຮູບເຄົາຣົບ. ປະຊາຊົນ​ແຫ່ງ​ໂມອາບ​ຄໍ່າຄວນ​ດ້ວຍ​ຄວາມ​ໂສກເສົ້າ​ໃຫ້​ເມືອງ​ເນໂບ​ແລະ​ເມືອງ​ເມເດບາ; ພວກເຂົາ​ໄດ້​ແຖ​ຫົວ​ແລະ​ແຖ​ໜວດ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ.


ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ນຳ​ຊະເລີຍເສິກ ພວກ​ທີ່​ເພິ່ນ​ໄດ້​ຈັບ​ຈາກ​ສອງ​ຕົວເມືອງ​ໃຫ້​ຍ່າງ​ເປືອຍຕົວ​ໄປ ບໍ່​ວ່າ​ໜຸ່ມ​ຫລື​ແກ່ ຕ່າງ​ກໍ​ຈະ​ຍ່າງ​ຕີນ​ເປົ່າ​ແລະ​ເປືອຍຕົວ ແລະ​ເປີດກົ້ນ​ຍ່າງ​ໄປ ອັນ​ຈະ​ນຳ​ຄວາມ​ອັບອາຍ​ມາ​ສູ່​ປະເທດ​ເອຢິບ.


ກໍ​ມີ​ແປດສິບ​ຄົນ​ມາ​ຈາກ​ເມືອງ​ຊີເຄມ, ຊີໂລ ແລະ​ຊາມາເຣຍ. ພວກເຂົາ​ທຸກຄົນ​ແຖ​ໜວດ, ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ປາດ​ເນື້ອ​ຕົວ​ຕົນເອງ. ພວກເຂົາ​ນຳ​ພືດຜົນ​ເປັນເມັດ ແລະ​ເຄື່ອງຫອມ​ມາ​ເພື່ອ​ຈະ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ພວກເຂົາ​ທຸກຄົນ​ໄດ້​ແຖ​ຫົວ ແລະ​ຕັດ​ໜວດ. ພວກເຂົາ​ທຸກຄົນ​ໄດ້​ປາດ​ມື​ຂອງຕົນເອງ ແລະ​ໄດ້​ນຸ່ງ​ຜ້າ​ກະສອບເຂົ້າ.


ຢ່າ​ກຽນ​ຜົມ​ກາຍ​ຫູ​ຂຶ້ນ​ໄປ ຫລື​ກຽນ​ຮິມ​ໜວດ​ຂອງ​ພວກເຈົ້າ


ແລ້ວ​ເຈົ້າ​ຂອງ​ສວນ​ກໍ​ໃຫ້​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ໄປ​ອີກ ພວກ​ຄົນ​ເຊົ່າ​ສວນ​ກໍ​ທຸບຕີ​ເຂົາ​ຈົນ​ຫົວ​ມີ​ບາດແຜ ແລະ​ປ້ອຍດ່າ​ດູຖູກ​ເຂົາ​ອີກ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka