Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 19:3 - ພຣະຄຳພີສັກສິ

3 ພວກ​ຜູ້ນຳ​ຊາວ​ອຳໂມນ​ຈຶ່ງ​ໄປ​ບອກ​ກະສັດ​ວ່າ, “ທ່ານ​ຄິດ​ວ່າ​ກະສັດ​ດາວິດ​ສົ່ງ​ຄະນະທູດ ມາ​ສະແດງ​ການ​ໄວ້​ອາໄລ​ນຳ​ທ່ານ​ໃນ​ເວລາ​ນີ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພໍ່​ຂອງທ່ານ​ບໍ? ແນ່ນອນ​ບໍ່ແມ່ນ​ດອກ ເພິ່ນ​ສົ່ງ​ພວກເຂົາ​ມາ​ທີ່​ນີ້​ເພື່ອ​ສອດແນມ​ເບິ່ງ​ເມືອງ​ຂອງ​ພວກເຮົາ ເພື່ອ​ວ່າ​ເພິ່ນ​ຈະ​ສາມາດ​ຮົບ​ຊະນະ​ພວກເຮົາ​ໄດ້.”

Uka jalj uñjjattʼäta Copia luraña




1 ຂ່າວຄາວ 19:3
12 Jak'a apnaqawi uñst'ayäwi  

ບັນດາ​ຜູ້ນຳ​ຊາວ​ອຳໂມນ​ກໍ​ໄປ​ບອກ​ກະສັດ​ຂອງ​ພວກຕົນ​ວ່າ, “ທ່ານ​ຄິດ​ເຫັນ​ຢ່າງ​ໃດ​ທີ່​ກະສັດ​ດາວິດ​ສົ່ງ​ຄະນະທູດ ມາ​ສະແດງ​ຄວາມ​ເສຍໃຈ​ນຳ​ທ່ານ​ໃນ​ເວລາ​ເຊັ່ນນີ້ ເພື່ອ​ເປັນ​ການ​ໃຫ້ກຽດ​ແກ່​ພໍ່​ຂອງທ່ານ​ຊັ້ນບໍ? ຄົງ​ບໍ່​ເປັນ​ດັ່ງນັ້ນ​ດອກ ເພິ່ນ​ສົ່ງ​ພວກ​ເຫຼົ່ານີ້​ມາ​ສອດແນມ​ເບິ່ງ​ບ້ານ​ເມືອງ​ເພື່ອ​ເອົາ​ຊະນະ​ພວກເຮົາ.”


ກະສັດ​ດາວິດ​ຈຶ່ງ​ເວົ້າ​ວ່າ, “ເຮົາ​ຕ້ອງ​ສະແດງ​ຄວາມ​ເປັນ​ມິດ​ອັນ​ສັດຊື່​ຕໍ່​ຮານູນ ດັ່ງ​ທີ່​ນາຮາດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ຕໍ່​ເຮົາ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຄະນະທູດ​ໄປ​ສະແດງ​ຄວາມ​ເສົ້າໂສກ​ເສຍໃຈ ແລະ​ໄວ້​ອາໄລ​ນຳ. ເມື່ອ​ຄະນະທູດ​ໄດ້​ມາ​ຮອດ​ນະຄອນ​ອຳໂມນ ແລະ​ຂໍ​ເຂົ້າ​ພົບ​ກະສັດ​ຮານູນ


ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ຕັດ​ໜວດ​ຂ້າງ​ໜຶ່ງ​ອອກ ທັງ​ຕັດ​ຂາສົ້ງ​ຈົນ​ຈຳ​ກະໂພກ ແລະ​ສົ່ງ​ພວກເຂົາ​ກັບຄືນ​ເມືອ.


ດັ່ງນັ້ນ ຊາວ​ດານ​ຈຶ່ງ​ຄັດເລືອກ​ເອົາ​ຊາຍ​ທີ່​ອົງອາດ​ກ້າຫານ ຫ້າ​ຄົນ​ຈາກ​ທຸກ​ຄອບຄົວ​ໃນ​ເຜົ່າ​ຂອງຕົນ ແລະ​ໃຊ້​ພວກເຂົາ​ຈາກ​ເມືອງ​ໂຊຣາ ແລະ​ເອຊະຕາໂອນ ໄປ​ສຳຫລວດ​ເບິ່ງ​ດິນແດນ​ຕາມ​ຄຳສັ່ງ. ພໍ​ມາ​ເຖິງ​ເຂດ​ເນີນພູ​ເອຟຣາອິມ ພວກເຂົາ​ກໍ​ມາ​ຢູ່​ທີ່​ເຮືອນ​ຂອງ​ມີກາ.


ແຕ່​ແມ່ທັບ​ຂອງ​ພວກ​ຟີລິດສະຕິນ​ໃຈຮ້າຍ​ໃຫ້​ເຈົ້າ​ອາກີເຊ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ສົ່ງ​ຊາຍ​ຄົນ​ນີ້​ກັບ​ເມືອ​ເມືອງ​ທີ່​ທ່ານ​ໄດ້​ມອບ​ໃຫ້​ລາວ​ສາ ຢ່າ​ໃຫ້​ລາວ​ອອກ​ໄປ​ສູ່​ສະໜາມຮົບ​ກັບ​ພວກເຮົາ​ເລີຍ ເພາະ​ລາວ​ອາດ​ຫັນກັບ​ມາ​ຕໍ່ສູ້​ພວກເຮົາ​ໃນ​ເວລາ​ສູ້ຮົບ​ກັນ​ກໍໄດ້. ແມ່ນຫຍັງ​ຈະ​ດີກວ່າ​ສຳລັບ​ລາວ ຖ້າ​ບໍ່ແມ່ນ​ການ​ຂ້າ​ຄົນ​ຂອງ​ພວກເຮົາ ເພື່ອ​ໃຫ້​ນາຍ​ຂອງ​ລາວ​ພໍໃຈ​ລາວ​ຄືນ?


ເຈົ້າ​ອາກີເຊ​ຕອບ​ດາວິດ​ວ່າ, “ຂ້ອຍເອງ​ເຫັນພ້ອມ ຂ້ອຍ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ສັດຊື່​ດັ່ງ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ, ແຕ່​ບັນດາ​ເຈົ້ານາຍ​ຟີລິດສະຕິນ​ຄົນອື່ນໆ​ໄດ້​ບອກ​ວ່າ, ເຈົ້າ​ຈະ​ໄປ​ສູ່​ສະໜາມຮົບ​ນຳ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka