Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 19:2 - ພຣະຄຳພີສັກສິ

2 ກະສັດ​ດາວິດ​ຈຶ່ງ​ເວົ້າ​ວ່າ, “ເຮົາ​ຕ້ອງ​ສະແດງ​ຄວາມ​ເປັນ​ມິດ​ອັນ​ສັດຊື່​ຕໍ່​ຮານູນ ດັ່ງ​ທີ່​ນາຮາດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ຕໍ່​ເຮົາ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຄະນະທູດ​ໄປ​ສະແດງ​ຄວາມ​ເສົ້າໂສກ​ເສຍໃຈ ແລະ​ໄວ້​ອາໄລ​ນຳ. ເມື່ອ​ຄະນະທູດ​ໄດ້​ມາ​ຮອດ​ນະຄອນ​ອຳໂມນ ແລະ​ຂໍ​ເຂົ້າ​ພົບ​ກະສັດ​ຮານູນ

Uka jalj uñjjattʼäta Copia luraña




1 ຂ່າວຄາວ 19:2
14 Jak'a apnaqawi uñst'ayäwi  

ມີ​ມື້​ໜຶ່ງ ກະສັດ​ດາວິດ​ໄດ້​ຖາມ​ວ່າ, “ມີ​ຜູ້ໃດ​ແດ່​ໃນ​ຄອບຄົວ​ຂອງ​ໂຊນ ທີ່​ຍັງ​ມີ​ຊີວິດ​ຢູ່? ຖ້າ​ມີ ເຮົາ​ຈະ​ໃຫ້​ຄວາມ​ເມດຕາ​ຊ່ວຍເຫລືອ​ລາວ​ເພື່ອ​ເຫັນ​ແກ່​ໂຢນາທານ.”


ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບໍ່​ຕ້ອງ​ຢ້ານ​ດອກ ເພື່ອ​ເຫັນ​ແກ່​ໂຢນາທານ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ເມດຕາ​ເຈົ້າ. ເຮົາ​ຈະ​ເອົາ​ທີ່ດິນ​ທັງໝົດ​ທີ່​ເປັນ​ຂອງ​ກະສັດ​ໂຊນ ປູ່​ຂອງ​ເຈົ້າ​ນັ້ນ​ມອບ​ໃຫ້​ເຈົ້າ ແລະ​ເຮົາ​ຍິນດີ​ໃຫ້​ເຈົ້າ​ມາ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ເຮົາ​ສະເໝີ.”


ເພິ່ນ​ຈຶ່ງ​ກ່າວ​ແກ່​ເກຮາຊິ​ວ່າ, “ຈົ່ງ​ຖາມ​ນາງ​ເບິ່ງດູ, ນາງ​ຢາກ​ໃຫ້​ຂ້ອຍ​ເຮັດ​ຫຍັງ​ໃຫ້​ແດ່ ເພື່ອ​ຕອບແທນ​ຄວາມ​ລຳບາກ​ທີ່​ນາງ​ໄດ້​ເຮັດ​ເພື່ອ​ພວກເຮົາ ໂດຍ​ຈັດຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ພວກເຮົາ​ຢ່າງນີ້. ບາງທີ​ນາງ​ອາດ​ຢາກ​ໃຫ້​ຂ້ອຍ​ໄປ​ຫາ​ກະສັດ ຫລື​ຜູ້​ບັນຊາການ​ກອງທັບ ເພື່ອ​ລາຍງານ​ເຖິງ​ຄຸນຄວາມດີ​ຂອງ​ນາງ​ກໍໄດ້.” ນາງ​ຕອບ​ວ່າ, “ຂ້ານ້ອຍ​ມີ​ທຸກສິ່ງ​ທີ່​ຕ້ອງການ​ໃນ​ທ່າມກາງ​ຊົນຊາດ​ຂອງ​ຂ້ານ້ອຍ.”


ຕໍ່ມາ ນາຮາດ​ກະສັດ​ແຫ່ງ​ອຳໂມນ​ໄດ້​ຕາຍໄປ ແລະ​ຮານູນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.


ພວກ​ຜູ້ນຳ​ຊາວ​ອຳໂມນ​ຈຶ່ງ​ໄປ​ບອກ​ກະສັດ​ວ່າ, “ທ່ານ​ຄິດ​ວ່າ​ກະສັດ​ດາວິດ​ສົ່ງ​ຄະນະທູດ ມາ​ສະແດງ​ການ​ໄວ້​ອາໄລ​ນຳ​ທ່ານ​ໃນ​ເວລາ​ນີ້ ເພື່ອ​ເປັນ​ການ​ໃຫ້ກຽດ​ພໍ່​ຂອງທ່ານ​ບໍ? ແນ່ນອນ​ບໍ່ແມ່ນ​ດອກ ເພິ່ນ​ສົ່ງ​ພວກເຂົາ​ມາ​ທີ່​ນີ້​ເພື່ອ​ສອດແນມ​ເບິ່ງ​ເມືອງ​ຂອງ​ພວກເຮົາ ເພື່ອ​ວ່າ​ເພິ່ນ​ຈະ​ສາມາດ​ຮົບ​ຊະນະ​ພວກເຮົາ​ໄດ້.”


ເມື່ອ​ກຳລັງ​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ດ້ວຍ​ສຽງ​ອັນ​ດັງ​ໃຫ້​ປະຊາຊົນ​ຟັງ​ຢູ່​ນັ້ນ ພວກເຂົາ​ກໍ​ອ່ານ​ມາ​ຮອດ​ຕອນ​ທີ່​ໄດ້​ກ່າວ​ວ່າ ບໍ່ມີ​ຊາວ​ອຳໂມນ ຫລື​ຊາວ​ໂມອາບ​ໃດໆ ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າ.


ໂຕບີຢາ​ຊາວ​ອຳໂມນ​ຜູ້​ທີ່​ຢືນ​ຢູ່​ໃກ້​ກັບ​ລາວ​ໃນ​ທີ່ນັ້ນ​ເວົ້າ​ຂຶ້ນ​ວ່າ, “ພວກເຂົາ​ສ້າງ​ກຳແພງ​ຂຶ້ນ​ແບບ​ໃດ​ກັນ? ແມ່ນແຕ່​ໝາ​ແລ່ນ​ຕຳ​ກໍ​ຍັງ​ຊິລົ້ມ.”


ສານບັນລັດ, ໂຕບີຢາ ແລະ​ປະຊາຊົນ​ຊາວ​ອາຣັບ, ຊາວ​ອຳໂມນ ແລະ​ຊາວ​ອາຊະໂດດ ເມື່ອ​ໄດ້ຍິນ​ວ່າ​ພວກເຮົາ​ສ້າງ​ກຳແພງ​ນະຄອນ​ເຢຣູຊາເລັມ​ຄືບໜ້າ ແລະ​ທັງ​ຮູ້​ວ່າ​ປ່ອງ​ທີ່​ແຕກ​ນັ້ນ​ກໍໄດ້​ອັດ​ໝົດ​ແລ້ວ ພວກເຂົາ​ກໍ​ເກີດ​ຄຽດແຄ້ນ​ຫລາຍ​ທີ່ສຸດ.


ກະສັດ​ຖາມ​ຂຶ້ນ​ວ່າ, “ພວກເຮົາ​ໄດ້​ໃຫ້ກຽດ ແລະ​ລາງວັນ ແກ່​ມໍເດໄກ​ຢ່າງໃດ​ໃນ​ເລື່ອງ​ນີ້?” ພວກ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຕອບ​ວ່າ, “ຍັງ​ບໍ່​ທັນ​ໃຫ້​ລາງວັນ​ຫຍັງ​ເລີຍ.”


ມີ​ຊາຍ​ຍາກຈົນ​ຄົນໜຶ່ງ​ທີ່​ອາໄສ​ຢູ່​ໃນ​ເມືອງນີ້. ລາວ​ເປັນ​ຄົນມີ​ປັນຍາ​ຈົນ​ຊ່ວຍ​ເມືອງ​ນີ້​ໄວ້​ໄດ້, ແຕ່​ບໍ່ມີ​ຜູ້ໃດ​ຄິດເຖິງ​ລາວ​ເລີຍ.


ແລະ ຊາວ​ຢູດາຍ​ຫລາຍ​ຄົນ​ໄດ້​ມາ​ເພື່ອ​ເລົ້າໂລມ​ໃຈ​ນາງ​ມາຣີ​ແລະ​ນາງ​ມາທາ ຍ້ອນ​ນ້ອງຊາຍ​ຂອງ​ພວກເຂົາ​ໄດ້​ຕາຍ​ແລ້ວ.


ເມື່ອ​ດາວິດ​ກັບຄືນ​ມາ​ເຖິງ​ເມືອງ​ຊິກລັກ​ແລ້ວ ເພິ່ນ​ຈຶ່ງ​ຈັດ​ເອົາ​ສິ່ງຂອງ​ທີ່​ກູ້​ຄືນມາ​ໄດ້​ນັ້ນ​ສົ່ງ​ໃຫ້​ພວກ​ໝູ່ເພື່ອນ​ຂອງເພິ່ນ ທີ່​ເປັນ​ເຖົ້າແກ່​ຢູ່​ໃນ​ຢູດາຍ​ດ້ວຍ ແລະ​ຝາກ​ຖ້ອຍຄຳ​ໄປ​ພ້ອມ​ວ່າ, “ອັນນີ້​ແມ່ນ​ຂອງຂວັນ​ສຳລັບ​ພວກເຈົ້າ ຊຶ່ງ​ແມ່ນ​ສິ່ງ​ທີ່​ກູ້​ຄືນມາ​ໄດ້​ຈາກ​ພວກ​ສັດຕູ​ຂອງ​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka