12 ໂຢອາບເວົ້າກັບລາວວ່າ, “ຖ້າເຈົ້າເຫັນວ່າພວກຊີເຣຍເອົາຊະນະຂ້ອຍ ໃຫ້ເຈົ້າມາຊ່ວຍຂ້ອຍ. ແຕ່ຖ້າພວກອຳໂມນເອົາຊະນະເຈົ້າ ຂ້ອຍຈະໄປຊ່ວຍເຈົ້າ.
ສ່ວນທະຫານທີ່ເຫຼືອນັ້ນ ເພິ່ນໄດ້ມອບໃຫ້ຢູ່ໃຕ້ການບັງຄັບບັນຊາຂອງອາບີໄຊນ້ອງຊາຍຂອງຕົນ. ລາວໄດ້ຕັ້ງທີ່ໝັ້ນຢູ່ປະເຊີນໜ້າກັບຊາວອຳໂມນ.
ຈົ່ງເຂັ້ມແຂງແລະກ້າຫານ ໃຫ້ພວກເຮົາສູ້ຮົບຢ່າງເດັດດ່ຽວເພື່ອປະຊາຊົນຂອງພວກເຮົາ ແລະເພື່ອຫົວເມືອງຕ່າງໆຂອງພຣະເຈົ້າ. ຂໍໃຫ້ພຣະເຈົ້າຢາເວກະທຳການຂອງພຣະອົງດ້ວຍເທີ້ນ.”
ຖ້າພວກເຈົ້າໄດ້ຍິນສຽງສັນຍານບອກເຫດການ ຈົ່ງຮີບພາກັນມາເຕົ້າໂຮມອ້ອມຮອບຂ້າພະເຈົ້າ. ພຣະເຈົ້າຂອງພວກເຮົາຈະຕໍ່ສູ້ເພື່ອພວກເຮົາ.”
ຈົ່ງຊ່ວຍຮັບພາລະໜັກຂອງກັນແລະກັນ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດ.