1 ຕໍ່ມາ ນາຮາດກະສັດແຫ່ງອຳໂມນໄດ້ຕາຍໄປ ແລະຮານູນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
ເບນາອີຢາລູກຊາຍຂອງເຢໂຮຍອາດາເປັນຫົວໜ້າຊາວເກເຣັດແລະຊາວເປເລັດ; ແລະບັນດາລູກຊາຍຂອງກະສັດດາວິດດຳລົງຕຳແໜ່ງສູງເພື່ອຮັບໃຊ້ພໍ່ຂອງຕົນ.
ກະສັດດາວິດຈຶ່ງເວົ້າວ່າ, “ເຮົາຕ້ອງສະແດງຄວາມເປັນມິດອັນສັດຊື່ຕໍ່ຮານູນ ດັ່ງທີ່ນາຮາດພໍ່ຂອງລາວໄດ້ປະຕິບັດຕໍ່ເຮົາ.” ດັ່ງນັ້ນ ເພິ່ນຈຶ່ງສົ່ງຄະນະທູດໄປສະແດງຄວາມເສົ້າໂສກເສຍໃຈ ແລະໄວ້ອາໄລນຳ. ເມື່ອຄະນະທູດໄດ້ມາຮອດນະຄອນອຳໂມນ ແລະຂໍເຂົ້າພົບກະສັດຮານູນ
ແຕ່ເມື່ອພວກເຈົ້າເຫັນວ່າ ເຈົ້ານາຮາດກະສັດແຫ່ງອຳໂມນກຳລັງມາໂຈມຕີພວກເຈົ້າ ພວກເຈົ້າຈຶ່ງປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອົງເປັນກະສັດຂອງພວກເຈົ້າ ໂດຍໄດ້ເວົ້າກັບຂ້າພະເຈົ້າວ່າ, ‘ພວກເຮົາຢາກໄດ້ກະສັດອົງໜຶ່ງມາປົກຄອງ.’