Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 18:3 - ພຣະຄຳພີສັກສິ

3 ຕໍ່ມາ ກະສັດ​ດາວິດ​ໄດ້​ໂຈມຕີ​ກະສັດ​ຮາດາເດເຊ​ແຫ່ງ​ຊີເຣຍ​ຂອງ​ໂຊບາ ເພາະ​ຮາດາເດເຊ​ພະຍາຍາມ​ຢຶດເອົາ​ເຂດແດນ​ທາງ​ດ້ານ​ເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 18:3
11 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ຊາວ​ອຳໂມນ​ຮູ້ຕົວ​ວ່າ​ພວກຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈ້າງ​ເອົາ​ທະຫານ​ຊີເຣຍ ຊາວພັນ​ຄົນ ຈາກ​ເມືອງ​ເບັດເຣໂຮບ ແລະ​ເມືອງ​ໂຊບາ ສິບສອງພັນ​ຄົນ ຈາກ​ເມືອງ​ໂຕບ ແລະ​ກະສັດ​ແຫ່ງ​ມາອາກາ​ພ້ອມ​ກັບ​ທະຫານ​ໜຶ່ງພັນ​ຄົນ.


ຕໍ່ມາ ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ ກະສັດ​ແຫ່ງ​ຊີເຣຍ​ທີ່​ເມືອງ​ໂຊບາ ໃນ​ຂະນະທີ່​ເພິ່ນ​ໄປ​ຕີ​ເອົາ​ເຂດແດນ​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ​ຄືນ.


ເພິ່ນ​ຍັງ​ໄດ້​ເອົາ​ຊະນະ​ຊາວ​ໂມອາບ. ພວກເຂົາ​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ ແລະ​ໄດ້​ເສຍສ່ວຍ​ໃຫ້​ເພິ່ນ.


ກະສັດ​ດາວິດ​ຢຶດ​ລົດຮົບ​ໄດ້​ພັນ​ຄັນ ແລະ​ຈັບ​ທະຫານ​ມ້າ​ໄດ້​ເຈັດພັນ​ຄົນ ແລະ​ທະຫານ​ລາບ​ຊາວພັນ​ຄົນ, ແຕ່​ເພິ່ນ​ຮັກສາ​ມ້າ​ແລະ​ລົດຮົບ​ໄວ້​ພຽງແຕ່​ຮ້ອຍ​ຄັນ​ເທົ່ານັ້ນ ແລະ​ສ່ວນ​ມ້າ​ທີ່​ເຫຼືອ​ນັ້ນ​ເພິ່ນ​ຕັດ​ເອັນຄະໜ່ອງ​ໝົດ.


ເພິ່ນ​ໄດ້​ຢຶດ​ເຂດແດນ​ຂອງ​ຮາມັດ-ໂຊບາ


ບັນດາ​ກະສັດ​ຜູ້​ມີ​ອຳນາດ​ໃຫຍ່​ໄດ້​ຂຶ້ນ​ຄອງ​ຢູ່​ທີ່​ນັ້ນ ແລະ​ໄດ້​ປົກຄອງ​ທົ່ວ​ແຂວງ​ທັງໝົດ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ໂດຍ​ໃຊ້​ອິດທິພົນ​ເກັບ​ພາສີ ແລະ​ຫາ​ລາຍໄດ້.


ຂ້າແດ່​ພຣະເຈົ້າ ພຣະອົງ​ປະຕິເສດ​ພວກ​ຂ້ານ້ອຍ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ພ່າຍແພ້ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ບັດນີ້​ໂຜດ​ເຊົາ​ແລະ​ຄືນ​ມາ​ຫາ​ພວກ​ຂ້ານ້ອຍ​ເຖີດ.


ພຣະອົງ​ໄດ້​ເຮັດ​ໃຫ້​ດິນແດນ​ສັ່ນສະເທືອນ ແລະ​ໄດ້​ເຮັດ​ໃຫ້​ພື້ນດິນ​ແຕກ​ຍະ​ອອກ ບັດນີ້ ໂຜດ​ປິ່ນປົວ​ບາດແຜ​ຂອງ​ດິນແດນ​ນີ້ ເພາະ​ມັນ​ກຳລັງ​ແຕກແຍກ​ອອກ​ຈາກ​ກັນ.


ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ໄວ້ ຕັ້ງແຕ່​ອ່າວ​ອາກາບາ​ຈົນເຖິງ​ທະເລ​ເມດີແຕຣາເນ ແລະ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ຈົນເຖິງ​ແມ່ນໍ້າ​ເອີຟຣັດ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊົນ​ຕ່າງໆ​ໃນ​ດິນແດນ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ເມື່ອ​ໂຊນ​ຂຶ້ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລ້ວ ເພິ່ນ​ໄດ້​ສູ້ຮົບ​ໃນ​ທຸກບ່ອນ​ກັບ​ສັດຕູ​ທຸກ​ຄົນ​ຂອງ​ເພິ່ນ​ເຊັ່ນ: ຊາວ​ໂມອາບ, ຊາວ​ອຳໂມນ, ຊາວ​ເອໂດມ, ພວກ​ກະສັດ​ແຫ່ງ​ໂຊບາ ແລະ​ພວກ​ຟີລິດສະຕິນ. ທຸກ​ບ່ອນ​ທີ່​ເພິ່ນ​ສູ້ຮົບ ເພິ່ນ​ກໍໄດ້​ຮັບ​ໄຊຊະນະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka