Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 17:2 - ພຣະຄຳພີສັກສິ

2 ນາທານ​ຕອບ​ວ່າ, “ຈົ່ງ​ກະທຳ​ໃນ​ສິ່ງ​ທີ່​ທ່ານ​ເຫັນຊອບ​ເທີ້ນ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ທ່ານ.”

Uka jalj uñjjattʼäta Copia luraña




1 ຂ່າວຄາວ 17:2
13 Jak'a apnaqawi uñst'ayäwi  

ນາທານ​ຈຶ່ງ​ຕອບ​ເພິ່ນ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ຄິດ​ເຫັນ​ເທີ້ນ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ທ່ານ.”


ແລ້ວ​ກະສັດ​ໂຊໂລໂມນ​ກໍ​ກ່າວ​ຕໍ່ໄປ​ວ່າ, “ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ວາງແຜນ​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ


ບັດນີ້ ກະສັດ​ດາວິດ​ໄດ້​ອາໄສ​ຢູ່​ໃນ​ວັງ​ແລ້ວ. ມື້​ໜຶ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ຜູ້ທຳນວາຍ​ນາທານ​ເຂົ້າ​ມາ​ພົບ ແລະ​ເວົ້າ​ວ່າ, “ເຮົາ​ຢູ່​ໃນ​ວັງ​ທີ່​ສ້າງ​ດ້ວຍ​ໄມ້​ສົນສີດາ, ແຕ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຍັງ​ຖືກ​ຮັກສາ​ໄວ້​ຢູ່​ໃນ​ຫໍເຕັນ.”


ແຕ່​ໃນ​ຄືນ​ນັ້ນ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ນາທານ​ວ່າ,


ກະສັດ​ດາວິດ​ກ່າວ​ແກ່​ລາວ​ວ່າ, “ລູກເອີຍ ພໍ່​ຢາກ​ຈະ​ສ້າງ​ວິຫານ​ເພື່ອ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພໍ່.


ກະສັດ​ດາວິດ​ໄດ້​ຢືນ​ຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ​ກ່າວ​ແກ່​ທີ່​ປະຊຸມ​ວ່າ, “ເພື່ອນ​ຮ່ວມ​ຊາດ​ທັງຫລາຍ ຈົ່ງ​ຟັງ​ເທີ້ນ ຂ້າພະເຈົ້າ​ຕ້ອງການ​ສ້າງ​ວິຫານ​ອັນ​ຖາວອນ​ເພື່ອ​ໄວ້​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ໃຫ້​ເປັນ​ທີ່​ຮອງ​ຕີນ​ພຣະເຈົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ໄດ້​ຫ້າງຫາ​ທຸກສິ່ງ​ໄວ້​ພ້ອມ​ແລ້ວ​ສຳລັບ​ການ​ກໍ່ສ້າງ.


ຂໍ​ພຣະອົງ​ໂຜດ​ໃຫ້​ຕາມ​ທີ່​ທ່ານ​ປາຖະໜາ ແລະ​ນຳພາ​ແຜນການ​ທຸກຢ່າງ​ໃຫ້​ສຳເລັດ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ໃນ​ເວລາ​ນັ້ນ ຄົນ​ຕ່າງດ້າວ​ສິບ​ຄົນ​ຈະ​ມາ​ຫາ​ຄົນ​ຢິວ​ຜູ້ໜຶ່ງ ແລະ​ຈະ​ເວົ້າ​ວ່າ, ‘ພວກເຮົາ​ຢາກ​ຈະ​ໄປ​ກັບ​ເຈົ້າ ເພາະ​ພວກເຮົາ​ໄດ້ຍິນ​ວ່າ​ພຣະເຈົ້າ​ຢູ່​ກັບ​ເຈົ້າ.”’


ເທວະດາ​ຕົນ​ນັ້ນ​ໄດ້​ມາ​ຫາ​ນາງ ແລະ​ກ່າວ​ວ່າ, “ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ເຖີດ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ.”


ເພາະວ່າ​ຄວາມຮູ້​ຂອງເຮົາ​ນັ້ນ​ບໍ່​ສົມບູນ ແລະ​ການ​ປະກາດ​ພຣະທຳ​ກໍ​ບໍ່​ສົມບູນ,


ຊາວ​ອິດສະຣາເອນ​ໄດ້​ຊີມ​ອາຫານ​ບາງ​ສ່ວນ​ຂອງ​ພວກເຂົາ ແຕ່​ບໍ່ໄດ້​ຂໍ​ຄຳແນະນຳ​ຈາກ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງນີ້.


ເມື່ອ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ ຈົ່ງ​ກະທຳ​ຕາມ​ທີ່​ພຣະເຈົ້າ​ນຳພາ​ເຈົ້າ​ກະທຳ.


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka