Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 17:1 - ພຣະຄຳພີສັກສິ

1 ບັດນີ້ ກະສັດ​ດາວິດ​ໄດ້​ອາໄສ​ຢູ່​ໃນ​ວັງ​ແລ້ວ. ມື້​ໜຶ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ຜູ້ທຳນວາຍ​ນາທານ​ເຂົ້າ​ມາ​ພົບ ແລະ​ເວົ້າ​ວ່າ, “ເຮົາ​ຢູ່​ໃນ​ວັງ​ທີ່​ສ້າງ​ດ້ວຍ​ໄມ້​ສົນສີດາ, ແຕ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຍັງ​ຖືກ​ຮັກສາ​ໄວ້​ຢູ່​ໃນ​ຫໍເຕັນ.”

Uka jalj uñjjattʼäta Copia luraña




1 ຂ່າວຄາວ 17:1
28 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສົ່ງ​ຜູ້ທຳນວາຍ​ນາທານ​ໄປ​ຫາ​ກະສັດ​ດາວິດ. ນາທານ​ໄດ້​ໄປ​ຫາ​ເພິ່ນ ແລະ​ກ່າວ​ວ່າ, “ຍັງ​ມີ​ສອງ​ຄົນ​ຢູ່​ໃນ​ເມືອງ​ດຽວກັນ ຜູ້ໜຶ່ງ​ເປັນ​ຄົນ​ຮັ່ງມີ ແລະ​ຜູ້ໜຶ່ງ​ອີກ​ເປັນ​ຄົນ​ຍາກຈົນ.


ແລະ​ໃຊ້​ຜູ້ທຳນວາຍ​ນາທານ​ໃຫ້​ຕັ້ງ​ຊື່​ເດັກ​ນີ້​ວ່າ, ເຢດີດີຢາ ເພາະ​ເຫັນ​ແກ່​ພຣະເຈົ້າຢາເວ.


ຫີບ​ຂອງ​ພຣະເຈົ້າຢາເວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ຢູ່​ໃນ​ຫໍເຕັນ ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້. ແລ້ວ​ກະສັດ​ດາວິດ​ກໍ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຊ້ອງ​ພຣະພັກ​ພຣະເຈົ້າຢາເວ.


ແລ້ວ​ມີ​ຄົນ​ມາ​ລາຍງານ​ກະສັດ​ວ່າ, “ຜູ້ທຳນວາຍ​ໄດ້​ມາ​ທີ່​ນີ້.” ແລະ​ນາທານ​ກໍໄດ້​ເຂົ້າ​ໄປ​ກົ້ມ​ຂາບ​ຕໍ່ໜ້າ​ກະສັດ.


ເພິ່ນ​ໄດ້​ໃຫ້​ປະໂຣຫິດ​ຊາດົກ, ຜູ້ທຳນວາຍ​ນາທານ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ແລະ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ແຫ່​ໂຊໂລໂມນ​ໄປ. ພວກເຂົາ​ໃຫ້​ລາວ​ນັ່ງ​ເທິງ​ຫລັງ​ລໍ​ຂອງ​ກະສັດ


ແຕ່​ປະໂຣຫິດ​ຊາດົກ, ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ, ຜູ້ທຳນວາຍ​ນາທານ, ຊີເມອີ, ເຣອີ, ແລະ​ບັນດາ​ທະຫານ​ປ້ອງກັນ​ຕົວ​ກະສັດ​ດາວິດ​ບໍ່ໄດ້​ເຂົ້າ​ຂ້າງ​ອາໂດນີຢາ.


ແລ້ວ​ກະສັດ​ໂຊໂລໂມນ​ກໍ​ກ່າວ​ຕໍ່ໄປ​ວ່າ, “ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ວາງແຜນ​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ


ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ພົບ​ກະສັດ​ດາວິດ. ເພິ່ນ​ໄດ້​ຈັດ​ຫາ​ໄມ້​ສົນສີດາ ແລະ​ຊ່າງ​ກໍ່ ຊ່າງ​ໄມ້​ມາ​ເພື່ອ​ສ້າງ​ວັງ​ໃຫ້​ກະສັດ​ດາວິດ.


ກະສັດ​ດາວິດ​ໄດ້​ສ້າງ​ສຳນັກ​ຫລາຍ​ຫລັງ​ສຳລັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ. ເພິ່ນ​ຍັງ​ໄດ້​ຈັດຕຽມ​ບ່ອນ​ໄວ້​ຫີບ​ຂອງ​ພຣະເຈົ້າ ແລະ​ສ້າງ​ເຕັນ​ສຳລັບ​ບັນຈຸ​ຫີບ​ຢູ່​ທີ່​ນັ້ນ.


ພວກເຂົາ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ສູ່​ຫໍເຕັນ ຊຶ່ງ​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້​ແລະ​ນຳ​ເອົາ​ຫີບ​ເຂົ້າ​ໄປ​ໄວ້​ໃນ​ທີ່ນັ້ນ. ແລ້ວ​ພວກເຂົາ​ກໍໄດ້​ຖວາຍ​ເຄື່ອງ​ບູຊາ​ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ.


ນາທານ​ຕອບ​ວ່າ, “ຈົ່ງ​ກະທຳ​ໃນ​ສິ່ງ​ທີ່​ທ່ານ​ເຫັນຊອບ​ເທີ້ນ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ທ່ານ.”


ນັບ​ຕັ້ງແຕ່​ເຮົາ​ໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ເທົ່າ​ທຸກ​ມື້ນີ້ ເຮົາ​ບໍ່ໄດ້​ຢູ່​ໃນ​ວິຫານ; ເຮົາ​ໄດ້​ຢູ່​ໃນ​ຫໍເຕັນ​ແລະ​ຫໍເຕັນ​ສັກສິດ​ຍ້າຍ​ທີ່​ໄປ​ເລື້ອຍໆ.


ກະສັດ​ດາວິດ​ໄດ້​ເອີ້ນ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ມາ ແລະ​ສັ່ງ​ລາວ​ໃຫ້​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ກະສັດ​ດາວິດ​ກ່າວ​ແກ່​ລາວ​ວ່າ, “ລູກເອີຍ ພໍ່​ຢາກ​ຈະ​ສ້າງ​ວິຫານ​ເພື່ອ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພໍ່.


ກະສັດ​ດາວິດ​ໄດ້​ຢືນ​ຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ​ກ່າວ​ແກ່​ທີ່​ປະຊຸມ​ວ່າ, “ເພື່ອນ​ຮ່ວມ​ຊາດ​ທັງຫລາຍ ຈົ່ງ​ຟັງ​ເທີ້ນ ຂ້າພະເຈົ້າ​ຕ້ອງການ​ສ້າງ​ວິຫານ​ອັນ​ຖາວອນ​ເພື່ອ​ໄວ້​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ໃຫ້​ເປັນ​ທີ່​ຮອງ​ຕີນ​ພຣະເຈົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ໄດ້​ຫ້າງຫາ​ທຸກສິ່ງ​ໄວ້​ພ້ອມ​ແລ້ວ​ສຳລັບ​ການ​ກໍ່ສ້າງ.


ປະຫວັດ​ຂອງ​ກະສັດ​ດາວິດ ແຕ່ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ ໃນ​ບົດ​ບັນທຶກ​ຂອງ​ຜູ້ທຳນວາຍ​ສາມ​ຄົນ ດັ່ງນີ້: ຊາມູເອນ, ນາທານ ແລະ​ກາດ.


ສ່ວນ​ຫີບ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ຕັ້ງ​ຢູ່​ນະຄອນ​ເຢຣູຊາເລັມ ຄື​ຮັກສາ​ໄວ້​ໃນ​ຫໍເຕັນ​ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ສ້າງ​ຂຶ້ນ ເມື່ອ​ເພິ່ນ​ໄດ້​ນຳ​ຫີບ​ນັ້ນ​ມາ​ຈາກ​ກີຣີອາດ​ເຢອາຣີມ.


ຈົນກວ່າ​ຂ້ານ້ອຍ​ຈັດຫາ​ສະຖານທີ່​ສຳລັບ​ພຣະເຈົ້າຢາເວ​ສະຖິດ ຄື​ທີ່ຢູ່​ສຳລັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”


“ສຳລັບ​ຂ້າງ​ໃນ​ຂອງ​ຫໍເຕັນ​ສັກສິດ​ບ່ອນ​ຢູ່​ຂອງເຮົາ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ສິບ​ຜືນ​ຕໍ່າ​ໃສ່​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ. ຈົ່ງ​ແສ່ວ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ.


ຈະ​ເປັນ​ກະສັດ​ເດັ່ນ​ຍ້ອນ​ມີ​ໄມ້ແປກ​ສ້າງ​ເຮືອນ​ບໍ? ຄື​ສ້າງ​ຕຶກ​ຫລັງ​ງາມໆ​ກວ່າ​ກະສັດ​ຄົນອື່ນ​ໄດ້​ສ້າງ? ພໍ່​ຂອງ​ເຈົ້າ​ມີ​ຊີວິດ​ເຕັມ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ຊອບທຳ​ທັງ​ທ່ຽງທຳ​ຈຶ່ງ​ເກີດຜົນ​ດີ​ໃນ​ທຸກສິ່ງ.


ເຮົາ​ຢູ່​ຢ່າງ​ສະຫງົບສຸກ​ໃນ​ວັງ​ຂອງເຮົາ ທັງ​ມີ​ຄວາມສຸກ​ດ້ວຍ​ຊັບສົມບັດ​ອັນ​ຫລວງຫລາຍ.


“ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ເຮືອນ​ທີ່​ກໍ່ສ້າງ​ຢ່າງດີ ໃນ​ເມື່ອ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່?


ພວກເຈົ້າ​ຫວັງ​ເກັບກ່ຽວ​ໄດ້​ຫລາຍ ແຕ່​ພັດ​ໄດ້​ໜ້ອຍ. ເມື່ອ​ພວກເຈົ້າ​ນຳ​ຜົນລະປູກ​ມາ​ບ້ານ ເຮົາ​ຊໍ້າພັດ​ໃຫ້​ມັນ​ປິວ​ໜີໄປ. ເປັນຫຍັງ​ເຮົາ​ຈຶ່ງ​ໄດ້​ເຮັດ​ເຊັ່ນນັ້ນ? ພຣະເຈົ້າຢາເວ​ກ່າວ​ວ່າ: ເພາະວ່າ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່ ໃນ​ຂະນະທີ່​ພວກເຈົ້າ​ແຕ່ລະຄົນ​ຫຍຸ້ງ​ຢູ່​ກັບ​ເຮັດວຽກ​ເຮັດງານ​ເພື່ອ​ບ້ານເຮືອນ​ຂອງ​ຕົນເອງ.


ເພິ່ນ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ. ສະນັ້ນ ເພິ່ນ​ຈຶ່ງ​ຂໍຮ້ອງ​ພຣະອົງ​ໄດ້​ອະນຸຍາດ​ໃຫ້​ເພິ່ນ​ຫາ​ບ່ອນ​ຢູ່​ໃຫ້​ພຣະເຈົ້າ​ຂອງ​ຢາໂຄບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka