9 ຈົ່ງຮ້ອງເພງສຳລັບພຣະອົງ ຈົ່ງຮ້ອງເພງສັນລະເສີນແດ່ພຣະອົງ ຈົ່ງບອກສິ່ງໜ້າງຶດງໍ້ທີ່ພຣະອົງໄດ້ກະທຳ.
ຈົ່ງດີໃຈທີ່ພວກເຮົາໄດ້ເປັນຂອງພຣະອົງ; ໃຫ້ທຸກຄົນຊົມຊື່ນຍິນດີນະມັດສະການພຣະອົງ
ຈົ່ງປະກາດສະຫງ່າຣາສີຂອງພຣະອົງໃນທ່າມກາງບັນດາປະຊາຊາດ ແລະການອັດສະຈັນທັງຫຼາຍຂອງພຣະອົງໃນທ່າມກາງຄົນທັງປວງດ້ວຍ.
ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ຈົ່ງຮ້ອງອອກນາມຊື່ຂອງພຣະອົງ ຈົ່ງປະກາດຄວາມຍິ່ງໃຫຍ່ຂອງພຣະອົງ ຈົ່ງບອກຊົນຊາດທັງຫລາຍ ສິ່ງທີ່ພຣະອົງໄດ້ກະທຳນັ້ນ.
ພຣະອົງເປັນທີ່ຍົກຍໍເລື້ອຍໆໃນສິ່ງທີ່ຊົງກະທຳ ເຈົ້າກໍເຊັ່ນກັນຕ້ອງຍົກຍ້ອງສັນລະເສີນພຣະເຈົ້າ.
ເພື່ອທຸກຄົນຈະໄດ້ຮູ້ກິດຈະການອັນຍິ່ງໃຫຍ່ ຣິດອຳນາດແລະຣັດສະໝີແຫ່ງຣາຊອານາຈັກຂອງພຣະອົງ.
ຂ້ານ້ອຍບໍ່ໄດ້ເກັບເລື່ອງຄວາມພົ້ນໄວ້ສຳລັບຕົວເອງ ຂ້ານ້ອຍກ່າວວ່າພຣະອົງສັດຊື່ແລະຊ່ວຍຊູຢູ່ເລື້ອຍ. ໃນທີ່ຊຸມນຸມຊົນນັ້ນ ຂ້ານ້ອຍບໍ່ໄດ້ປິດບັງຄວາມສັດຊື່ ແລະຄວາມຮັກອັນໝັ້ນຄົງຂອງພຣະອົງຈັກເທື່ອ.
ຂ້າແດ່ພຣະເຈົ້າ ພຣະອົງໄດ້ສັ່ງສອນຂ້ານ້ອຍຕັ້ງແຕ່ຍັງໜຸ່ມມາ ແລະຂ້ານ້ອຍຍັງສືບຕໍ່ກ່າວ ເຖິງກິດຈະການອັນອັດສະຈັນຂອງພຣະອົງຢູ່ສະເໝີ.
ແລ້ວຄົນຢຳເກງພຣະເຈົ້າຢາເວກໍໄດ້ເວົ້າຕໍ່ກັນແລະກັນ; ພຣະເຈົ້າຢາເວກໍໄດ້ຍິນ ແລະໄດ້ຟັງສິ່ງທີ່ພວກເຂົາໄດ້ເວົ້ານັ້ນ. ຊ້ອງໜ້າຂອງພຣະອົງ ມີໜັງສືເຫຼັ້ມໜຶ່ງຊຶ່ງບັນທຶກຊື່ຄົນທີ່ຢຳເກງພຣະເຈົ້າຢາເວ ແລະເຄົາຣົບນັບຖືພຣະນາມຂອງພຣະອົງ.
ເມື່ອພວກເພິ່ນຮ້ອງເພງສັນລະເສີນພຣະເຈົ້າບົດໜຶ່ງແລ້ວ ກໍພາກັນອອກໄປທີ່ພູເຂົາໝາກກອກເທດ.
ຈົ່ງສົນທະນາກັນດ້ວຍບົດເພງສັນລະເສີນ ບົດເພງນະມັດສະການ, ບົດເພງທີ່ໄດ້ຮັບການດົນໃຈຈາກພຣະວິນຍານ ຄືຈົ່ງຮ້ອງເພງນະມັດສະການ ແລະເພງຍ້ອງຍໍສັນລະເສີນ ຖວາຍແດ່ອົງພຣະຜູ້ເປັນເຈົ້າ ຈາກຈິດໃຈຂອງພວກເຈົ້າ.
ຈົ່ງໃຫ້ພຣະທຳຂອງພຣະຄຣິດສະຖິດຢູ່ໃນໃຈຂອງພວກເຈົ້າຢ່າງບໍຣິບູນ ຈົ່ງສັ່ງສອນແລະເຕືອນສະຕິກັນແລະກັນ ດ້ວຍປັນຍາທຸກຢ່າງ ຈົ່ງຮ້ອງເພງດ້ວຍເພງຍ້ອງຍໍສັນລະເສີນ, ເພງນະມັດສະການ ແລະເພງຍ້ອງຍໍສັນລະເສີນຝ່າຍພຣະວິນຍານ ຄືຈົ່ງຮ້ອງເພງຖວາຍແດ່ພຣະເຈົ້າດ້ວຍໃຈໂມທະນາຂອບພຣະຄຸນ.
ມີຜູ້ໃດໃນພວກເຈົ້າທົນທຸກຫລື ຈົ່ງໃຫ້ຜູ້ນັ້ນພາວັນນາອະທິຖານ ມີຜູ້ໃດຊົມຊື່ນຍິນດີຫລື ໃຫ້ຜູ້ນັ້ນຮ້ອງເພງສັນລະເສີນ.