5 ອາສັບໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າ ແລະເຊກາຣີຢາເປັນຜູ້ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະເຢອີເອນ ເປັນພວກດີດພິນ. ອາສັບເປັນຜູ້ຕົບແສ່ງ,
ກະສັດດາວິດກັບຊາວອິດສະຣາເອນທຸກຄົນຕ່າງກໍຟ້ອນ ແລະຮ້ອງລຳທຳເພງດ້ວຍສຸດໃຈ ຕໍ່ໜ້າພຣະເຈົ້າຢາເວ. ພວກເຂົາດີດພິນ, ຕີກອງ, ສັ່ນກະລໍ ແລະຕົບແສ່ງໄປນຳພ້ອມ.
ກະສັດດາວິດໄດ້ຕັ້ງໃຫ້ອາສັບ ແລະພີ່ນ້ອງຊາວເລວີຂອງລາວ ເບິ່ງແຍງການນະມັດສະການຢ່າງຖາວອນ ໃນບ່ອນທີ່ຫີບພັນທະສັນຍາຂອງພຣະເຈົ້າຢາເວຖືກຮັກສາໄວ້. ພວກເຂົາໄດ້ເຮັດໜ້າທີ່ຂອງພວກຕົນຢູ່ໃນທີ່ນັ້ນສະໝໍ່າສະເໝີ.
ກະສັດດາວິດໄດ້ແຕ່ງຕັ້ງຊາວເລວີບາງຄົນເປັນຜູ້ນຳໃນການນະມັດສະການຕໍ່ໜ້າຫີບຂອງພຣະເຈົ້າຢາເວ ໂດຍຮ້ອງເພງໂມທະນາຂອບພຣະຄຸນ ແລະສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ.
ແລະປະໂຣຫິດສອງຄົນຄືເບນາອີຢາແລະຢາຮາຊີເອນ ເຮັດໜ້າທີ່ເປົ່າແກຢູ່ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢ່າງສະໝໍ່າສະເໝີ.
ລູກຊາຍຂອງອັດສີເຣແມ່ນຕາຮາດ, ລູກຊາຍຂອງຕາຮາດແມ່ນອູຣິເອນ, ລູກຊາຍຂອງອູຣິເອນແມ່ນອຸດຊີຢາ, ລູກຊາຍຂອງອຸດຊີຢາແມ່ນຊາອູນ.
ອາສັບເປັນຜູ້ນຳກຸ່ມຮ້ອງເພງໝວດທີສອງ. ສາຍຄອບຄົວຂອງລາວ ເມື່ອນັບຄືນຫລັງໄປຫາເລວີ ມີດັ່ງນີ້: ອາສັບຜູ້ເປັນລູກຊາຍຂອງເບເຣກີຢາ ຜູ້ເປັນລູກຊາຍຂອງຊີເມອາ
ກະສັດໄດ້ເຮັດຕາມຄຳສັ່ງທີ່ພຣະເຈົ້າຢາເວໄດ້ໃຫ້ແກ່ກະສັດດາວິດໂດຍຜ່ານທາງກາດ ຜູ້ທຳນວາຍຂອງກະສັດ ແລະຜ່ານທາງຜູ້ທຳນວາຍນາທານ; ເພິ່ນໄດ້ໃຫ້ຊາວເລວີປະຈຳຢູ່ໃນວິຫານຂອງພຣະເຈົ້າຢາເວໂດຍໃຫ້ມີພິນແລະມີແສ່ງ