Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 16:4 - ພຣະຄຳພີສັກສິ

4 ກະສັດ​ດາວິດ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ​ບາງຄົນ​ເປັນ​ຜູ້ນຳ​ໃນ​ການ​ນະມັດສະການ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ ໂດຍ​ຮ້ອງເພງ​ໂມທະນາ​ຂອບ​ພຣະຄຸນ ແລະ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 16:4
25 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.


ຊາຍ​ນັ້ນ​ເວົ້າ​ວ່າ, “ຊື່​ຂອງ​ເຈົ້າ​ຈະ​ບໍ່ແມ່ນ​ຢາໂຄບ​ອີກ​ຕໍ່ໄປ. ເຈົ້າ​ໄດ້​ຕໍ່ສູ້​ກັບ​ພຣະເຈົ້າ ແລະ​ມະນຸດ ແລະ​ເຈົ້າ​ຊະນະ; ສະນັ້ນ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.”


ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ທີ່​ນັ້ນ​ແລະ​ໃສ່​ຊື່​ແທ່ນ​ນັ້ນ​ວ່າ ເອນ, ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ເພິ່ນ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ ຄື​ພຣະອົງ​ໄດ້​ບອກ​ເພິ່ນ​ວ່າ,


ກະສັດ​ດາວິດ​ໄດ້​ສັ່ງ​ບັນດາ​ຜູ້ນຳ​ໃຫ້​ມອບໝາຍ​ໜ້າທີ່​ແກ່​ພວກ​ເລວີ ເພື່ອ​ຮ້ອງລຳ​ທຳເພງ​ແລະ​ບັນເລງ​ດົນຕຼີ​ຢ່າງ​ມ່ວນຊື່ນ ຄື​ດີດພິນ​ແລະ​ຕົບແສ່ງ​ໄປ​ພ້ອມ.


ແລະ​ແຈກ​ຢາຍ​ອາຫານ​ໃຫ້​ພວກເຂົາ​ທຸກຄົນ. ເພິ່ນ​ໄດ້​ເອົາ​ເຂົ້າຈີ່​ຢາຍ​ໃຫ້​ຜູ້ຊາຍ ແລະ​ຜູ້ຍິງ​ໃນ​ຊາດ​ອິດສະຣາເອນ ຄົນລະ​ກ້ອນ, ຊີ້ນ​ປີ້ງ​ຄົນລະ​ຕ່ອນ, ແລະ​ໝາກອະງຸ່ນ​ແຫ້ງ.


ອາສັບ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຫົວໜ້າ ແລະ​ເຊກາຣີຢາ​ເປັນ​ຜູ້​ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະ​ເຢອີເອນ ເປັນ​ພວກ​ດີດພິນ. ອາສັບ​ເປັນ​ຜູ້​ຕົບແສ່ງ,


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຈົ່ງ​ຮ້ອງ​ອອກ​ນາມຊື່​ຂອງ​ພຣະອົງ ຈົ່ງ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.


ກະສັດ​ດາວິດ​ຈັດ​ເຊື້ອສາຍ​ຂອງ​ອາໂຣນ​ເປັນ​ສອງ​ໝວດ ຕາມ​ໜ້າທີ່​ການ​ຂອງ​ພວກເຂົາ. ຊາດົກ​ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ເອເລອາຊາ ແລະ​ອາຮີເມເຫຼັກ​ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ອີທາມາ ເປັນ​ຜູ້​ຊ່ວຍ​ເພິ່ນ​ໃນ​ວຽກງານ​ນີ້.


ກະສັດ​ດາວິດ​ແລະ​ບັນດາ​ຜູ້ນຳ​ຂອງ​ຊາວ​ເລວີ​ໄດ້​ເລືອກ​ຫົວໜ້າ​ຕະກຸນ ເພື່ອ​ໃຫ້​ນຳ​ການ​ນະມັດສະການ ມີ​ດັ່ງນີ້: ອາສັບ, ເຮມານ ແລະ​ເຢດູທູນ. ພວກເຂົາ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ປະສົມ​ປະສານ​ກັບ​ການ​ບັນເລງ​ພິນ ແລະ​ຕົບແສ່ງ. ລາຍຊື່​ຂອງ​ບຸກຄົນ​ທີ່​ໄດ້​ຖືກ​ຄັດເລືອກ​ໃຫ້​ນຳ​ການ​ນະມັດສະການ ພ້ອມ​ກັບ​ໜ້າທີ່​ຂອງ​ແຕ່ລະ​ກຸ່ມ​ທີ່​ຕົນ​ສັງກັດ​ຢູ່​ມີ​ດັ່ງນີ້:


ບຸກຄົນ​ເຫຼົ່ານີ້​ແມ່ນ​ພວກ​ທີ່​ກະສັດ​ດາວິດ ໃຫ້​ຮັບຜິດຊອບ​ຮ້ອງເພງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ ຫລັງຈາກ​ທີ່​ໄດ້​ຍ້າຍ​ຫີບ​ພັນທະສັນຍາ​ເຂົ້າ​ໄປ​ໄວ້​ຢູ່​ໃນ​ນັ້ນ.


ພວກ​ເປົ່າແກ​ແລະ​ພວກ​ນັກຮ້ອງ​ໄດ້​ບັນເລງ​ດ້ວຍ​ຄວາມ​ສອດຄ່ອງ​ກັນ ເປັນ​ສຽງ​ດຽວກັນ​ເພື່ອ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ແລະ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ. ໂດຍ​ປະສົມ​ປະສານ​ໄປ​ກັບ​ສຽງ​ແກ, ສຽງ​ແສ່ງ ແລະ​ສຽງເຄື່ອງ​ດົນຕຼີ​ອື່ນໆ; ພວກເຂົາ​ໄດ້​ເປ່ງສຽງ​ຮ້ອງ​ສັນລະເສີນ​ພຣະເຈົ້າຢາເວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ໃນ​ຂະນະທີ່​ພວກ​ປະໂຣຫິດ​ກຳລັງ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ ທັນໃດນັ້ນ ກໍ​ມີ​ເມກ​ຫຸ້ມ​ເຕັມ​ຢູ່​ວິຫານ​ຂອງ​ພຣະເຈົ້າ ໂດຍ​ມີ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສາດແສງ​ແຈ້ງ​ທົ່ວໄປ ແລະ​ພວກເຂົາ​ກໍ​ດຳເນີນ​ພິທີ​ນະມັດສະການ​ຕໍ່ໄປ​ບໍ່ໄດ້.


ເມື່ອ​ຄົນ​ເຫຼົ່ານີ້​ໄດ້​ເລີ່ມຕົ້ນ​ວາງ​ຮາກຖານ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ, ບັນດາ​ປະໂຣຫິດ​ທີ່​ນຸ່ງ​ເສື້ອຄຸມ ກໍ​ຖື​ແກ​ປະຈຳ​ໜ້າທີ່​ຂອງ​ພວກເຂົາ ສ່ວນ​ພວກເລວີ​ຈາກ​ຕະກຸນ​ອາສັບ​ກໍ​ຖື​ແສ່ງ​ຢືນ​ຢູ່​ທີ່​ນັ້ນ. ພວກເຂົາ​ສັນລະເສີນ​ພຣະເຈົ້າຢາເວ​ຕາມ​ຄຳແນະນຳ ສືບ​ຕໍ່ກັນ​ມາ​ແຕ່​ສະໄໝ​ຂອງ​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ.


ພາຍໃຕ້​ການ​ຊີ້ນຳ​ຂອງ​ຮາຊາບີຢາ, ເຊເຣບີຢາ, ເຢຊູອາ, ບິນນູອີ, ແລະ​ກາດມີເອນ, ຊາວ​ເລວີ​ໄດ້​ຖືກ​ຈັດຕັ້ງ​ກັນ​ເປັນ​ຫລາຍ​ໝວດ. ສອງ​ໝວດ​ຈະ​ຕົກ​ຜຽນ​ກັນ​ເພື່ອ​ຮ້ອງເພງ​ສຳລັບ​ການ​ສັນລະເສີນ​ແລະ​ການ​ໂມທະນາ​ຂອບພຣະຄຸນ ຕາມ​ຄຳແນະນຳ​ທີ່​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ​ໄດ້​ມອບໝາຍ​ໃຫ້.


ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຢ່າ​ລືມໄລ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ.


ພວກເຈົ້າ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເອີຍ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ຜູ້​ທີ່​ພຣະອົງ​ຊົງ​ເລືອກໄວ້ ຈົ່ງ​ຈົດຈຳ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ແລະ​ການ​ພິພາກສາ​ທີ່​ພຣະອົງ​ໄດ້​ມອບ​ໃຫ້.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ບັດນີ້​ແລະ​ຕະຫລອດໄປ ໃຫ້​ທຸກຄົນ​ກ່າວ​ວ່າ, “ອາແມນ.” ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ຢ່າ​ກັງວົນ​ໃຈ​ໃນ​ເລື່ອງ​ຄົນຊົ່ວຮ້າຍ​ທັງຫລາຍ ຢ່າ​ອິດສາ​ຄົນ​ທີ່​ປະພຶດ​ຊົ່ວຮ້າຍ.


ໂອ ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຊ່ວຍ​ຂ້ານ້ອຍ​ດຽວນີ້​ເທີ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ເທົ່ານັ້ນ​ທີ່​ກະທຳ​ສິ່ງ​ອັດສະຈັນ​ເຫຼົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka