Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 16:3 - ພຣະຄຳພີສັກສິ

3 ແລະ​ແຈກ​ຢາຍ​ອາຫານ​ໃຫ້​ພວກເຂົາ​ທຸກຄົນ. ເພິ່ນ​ໄດ້​ເອົາ​ເຂົ້າຈີ່​ຢາຍ​ໃຫ້​ຜູ້ຊາຍ ແລະ​ຜູ້ຍິງ​ໃນ​ຊາດ​ອິດສະຣາເອນ ຄົນລະ​ກ້ອນ, ຊີ້ນ​ປີ້ງ​ຄົນລະ​ຕ່ອນ, ແລະ​ໝາກອະງຸ່ນ​ແຫ້ງ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 16:3
11 Jak'a apnaqawi uñst'ayäwi  

ກະສັດ​ໂຊໂລໂມນ​ຮູ້​ເມື່ອ​ຂຶ້ນ​ແລະ​ຮູ້ຈັກ​ແຈ້ງ​ວ່າ, ພຣະເຈົ້າ​ໄດ້​ກ່າວ​ແກ່​ຕົນ​ທາງ​ຄວາມຝັນ. ແລ້ວ​ເພິ່ນ​ກໍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄປ​ຢືນ​ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຈັດ​ງານ​ກິນລ້ຽງ​ສຳລັບ​ພວກ​ຂ້າຣາຊການ​ທຸກຄົນ​ຂອງ​ເພິ່ນ.


ຫລັງຈາກ​ກະສັດ​ດາວິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແລ້ວ ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ​ເພິ່ນ​ໄດ້​ອວຍພອນ​ປະຊາຊົນ


ກະສັດ​ດາວິດ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ​ບາງຄົນ​ເປັນ​ຜູ້ນຳ​ໃນ​ການ​ນະມັດສະການ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ ໂດຍ​ຮ້ອງເພງ​ໂມທະນາ​ຂອບ​ພຣະຄຸນ ແລະ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ກະສັດ​ເຮເຊກີຢາ​ໄດ້​ປະກອບ​ສ່ວນ​ງົວເຖິກ​ໜຶ່ງພັນ​ໂຕ ແລະ​ແກະເຖິກ​ເຈັດພັນ​ໂຕ ເພື່ອ​ໃຫ້​ປະຊາຊົນ​ຂ້າ​ກິນ ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ​ກໍໄດ້​ຊ່ວຍ​ງົວເຖິກ​ໜຶ່ງພັນ​ໂຕ ແລະ​ແກະເຖິກ​ໜຶ່ງພັນ​ໂຕ. ມີ​ປະໂຣຫິດ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ.


ບັດນີ້ ຈົ່ງ​ກັບ​ເມືອ​ເຮືອນ ແລະ​ລ້ຽງ​ສະຫລອງ​ກັນ​ສາ. ຈົ່ງ​ແບ່ງປັນ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ​ພຽງພໍ. ວັນນີ້​ແມ່ນ​ວັນ​ສັກສິດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ; ສະນັ້ນ ຢ່າ​ສູ່​ໂສກເສົ້າ. ຄວາມ​ຊົມຊື່ນ​ຍິນດີ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ແກ່​ພວກທ່ານ​ນັ້ນ ຈະ​ເຊີດຊູ​ໃຈ​ຂອງ​ພວກທ່ານ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃໝ່.”


ຂໍ​ໃຫ້​ຂ້ອຍ​ໄດ້​ກິນ​ໝາກອະງຸ່ນ ເພື່ອ​ໃຫ້​ມີ​ແຮງ​ຂຶ້ນ ແລະ​ໃຫ້​ຂ້ອຍ​ໄດ້​ກິນ​ໝາກຈອງ ເພື່ອ​ໃຫ້​ໄດ້​ຊື່ນໃຈ​ຂຶ້ນ ເພາະ​ຂ້ອຍ​ປ່ວຍ​ເປັນ​ໂຣກ​ຄວາມຮັກ.


ຊາວ​ໂມອາບ​ຈະ​ຮ້ອງໄຫ້​ຮໍ່າໄຮ ຍ້ອນ​ຄວາມ​ເດືອດຮ້ອນ​ທີ່​ພວກຕົນ​ໄດ້​ຮັບ. ພວກເຂົາ​ຈະ​ຮໍ່າໄຮ​ເມື່ອ​ຄິດເຖິງ​ອາຫານ​ແຊບໆ ທີ່​ພວກຕົນ​ເຄີຍ​ກິນ​ໃນ​ເມືອງ​ກີຣະເຮເຣັດ. ພວກເຂົາ​ຈະ​ຖືກ​ທໍລະມານ​ຈົນ​ຕ້ອງ​ສິ້ນຫວັງ.


ມັນ​ແມ່ນ​ໜ້າທີ່​ຂອງ​ລາວ​ທີ່​ຈະ​ຈັດຫາ​ສັດ​ມາ​ເຜົາ​ຖວາຍບູຊາ ເອົາ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ມາ​ຖວາຍ​ສຳລັບ​ຊົນຊາດ​ອິດສະຣາເອນ​ທັງໝົດ ຍາມ​ເທດສະການ​ເດືອນ​ຂຶ້ນ​ໃໝ່, ໃນ​ວັນ​ຊະບາໂຕ ແລະ​ໃນ​ເທດສະການ​ອື່ນໆ. ລາວ​ຕ້ອງ​ຈັດຫາ​ເຄື່ອງ​ບູຊາ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍບູຊາ​ເຜົາ​ທັງໝົດ ແລະ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ມາ​ຖວາຍ​ເພື່ອ​ເປັນ​ການ​ຍົກ​ບາບ​ແກ່​ປະຊາຊົນ​ອິດສະຣາເອນ.”


ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ ແລະ​ສະແດງ​ຄວາມຮັກ​ກັບ​ຍິງ​ຄົນ​ໜຶ່ງ​ອີກ ທີ່​ມີ​ຄົນຮັກ​ແລ້ວ ແຕ່​ໄປ​ຫລີ້ນຊູ້. ໃຫ້​ເຈົ້າ​ຮັກ​ນາງ​ດັ່ງ​ພຣະເຈົ້າຢາເວ​ຮັກ​ປະຊາຊົນ​ອິດສະຣາເອນ ເຖິງ​ແມ່ນ​ວ່າ​ພວກເຂົາ​ຫັນ​ໄປ​ຫາ​ພະອື່ນ ແລະ​ນິຍົມກັນ​ຖວາຍ​ໝາກອະງຸ່ນ​ແຫ້ງ ແກ່​ຮູບເຄົາຣົບ​ທັງຫລາຍ​ກໍຕາມ.”


ຈົ່ງ​ຕ້ອນຮັບ​ຊຶ່ງກັນແລະກັນ​ໂດຍ​ບໍ່​ຈົ່ມ​ບໍ່​ວ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka