Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 16:2 - ພຣະຄຳພີສັກສິ

2 ຫລັງຈາກ​ກະສັດ​ດາວິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແລ້ວ ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ​ເພິ່ນ​ໄດ້​ອວຍພອນ​ປະຊາຊົນ

Uka jalj uñjjattʼäta Copia luraña




1 ຂ່າວຄາວ 16:2
17 Jak'a apnaqawi uñst'ayäwi  

ໂດຍ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ສູງສຸດ ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ;


ແຕ່​ບັດນີ້ ຈົ່ງ​ເອົາ​ຍິງ​ຜູ້​ນີ້​ໄປ​ສົ່ງ​ໃຫ້​ຜົວ​ຂອງ​ນາງ. ຜົວ​ຂອງ​ນາງ​ເປັນ​ຜູ້ທຳນວາຍ ແລະ​ລາວ​ຈະ​ພາວັນນາ​ອະທິຖານ​ສຳລັບ​ເຈົ້າ​ເພື່ອ​ເຈົ້າ​ຈະ​ບໍ່​ຕາຍ, ແຕ່​ເຮົາ​ຂໍ​ເຕືອນ​ເຈົ້າ​ວ່າ ຖ້າ​ເຈົ້າ​ບໍ່​ສົ່ງ​ນາງ​ຄືນ​ໄປ ເຈົ້າ​ແລະ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ຈະ​ຕ້ອງ​ຕາຍ.”


ຢາໂຄບ​ອວຍພອນ​ກະສັດ​ແລະ​ອຳລາ​ກັບ​ໄປ.


ແລ້ວ​ໂຢເຊັບ​ກໍໄດ້​ພາ​ຢາໂຄບ​ພໍ່​ຂອງຕົນ​ເຂົ້າ​ໄປ​ພົບ​ກະສັດ. ຢາໂຄບ​ອວຍພອນ​ກະສັດ


ເມື່ອ​ເພິ່ນ​ຖວາຍ​ເຄື່ອງ​ບູຊາ​ແລ້ວ ເພິ່ນ​ໄດ້​ອວຍພອນ​ປະຊາຊົນ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ພວກເຂົາ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ສູ່​ຫໍເຕັນ ຊຶ່ງ​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້​ແລະ​ນຳ​ເອົາ​ຫີບ​ເຂົ້າ​ໄປ​ໄວ້​ໃນ​ທີ່ນັ້ນ. ແລ້ວ​ພວກເຂົາ​ກໍໄດ້​ຖວາຍ​ເຄື່ອງ​ບູຊາ​ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ.


ແລະ​ແຈກ​ຢາຍ​ອາຫານ​ໃຫ້​ພວກເຂົາ​ທຸກຄົນ. ເພິ່ນ​ໄດ້​ເອົາ​ເຂົ້າຈີ່​ຢາຍ​ໃຫ້​ຜູ້ຊາຍ ແລະ​ຜູ້ຍິງ​ໃນ​ຊາດ​ອິດສະຣາເອນ ຄົນລະ​ກ້ອນ, ຊີ້ນ​ປີ້ງ​ຄົນລະ​ຕ່ອນ, ແລະ​ໝາກອະງຸ່ນ​ແຫ້ງ.


ແລ້ວ​ກະສັດ​ເຮເຊກີຢາ​ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ ກໍໄດ້​ຄຸເຂົ່າ​ລົງ​ນ້ອມ​ນະມັດສະການ​ພຣະເຈົ້າ.


ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໄດ້​ຢືນຂື້ນ​ອວຍພອນ​ປະຊາຊົນ. ພຣະເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ໄດ້ຍິນ​ສຽງ​ພາວັນນາ​ອະທິຖານ​ຂອງ​ພວກເຂົາ ແລະ​ພຣະອົງ​ຈຶ່ງ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ເຫຼົ່ານັ້ນ.


ມັນ​ແມ່ນ​ໜ້າທີ່​ຂອງ​ລາວ​ທີ່​ຈະ​ຈັດຫາ​ສັດ​ມາ​ເຜົາ​ຖວາຍບູຊາ ເອົາ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ມາ​ຖວາຍ​ສຳລັບ​ຊົນຊາດ​ອິດສະຣາເອນ​ທັງໝົດ ຍາມ​ເທດສະການ​ເດືອນ​ຂຶ້ນ​ໃໝ່, ໃນ​ວັນ​ຊະບາໂຕ ແລະ​ໃນ​ເທດສະການ​ອື່ນໆ. ລາວ​ຕ້ອງ​ຈັດຫາ​ເຄື່ອງ​ບູຊາ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍບູຊາ​ເຜົາ​ທັງໝົດ ແລະ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ມາ​ຖວາຍ​ເພື່ອ​ເປັນ​ການ​ຍົກ​ບາບ​ແກ່​ປະຊາຊົນ​ອິດສະຣາເອນ.”


ຖ້າ​ຜູ້ນັ້ນ​ນຳ​ສັດ​ໂຕໜຶ່ງ​ຂອງຕົນ​ມາ​ເຜົາ​ຖວາຍບູຊາ ລາວ​ຕ້ອງ​ຖວາຍ​ງົວເຖິກ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ. ລາວ​ຕ້ອງ​ນຳ​ສັດ​ໂຕ​ນັ້ນ​ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ເອົາ​ການ​ຖວາຍ​ຂອງ​ລາວ.


ສິ່ງ​ທີ່​ຖຽງ​ບໍ່ໄດ້ ກໍ​ຄື​ຜູ້ນ້ອຍ​ຮັບ​ພອນ​ຈາກ​ຜູ້ໃຫຍ່.


ແລ້ວ​ໂຢຊວຍ​ກໍໄດ້​ສົ່ງ​ພວກເຂົາ​ຄືນ​ສູ່​ຖິ່ນຖານ ພ້ອມ​ຄຳອວຍພອນ​ຂອງ​ເພິ່ນ ແລະ​ສັ່ງ​ພວກເຂົາ​ວ່າ, “ພວກເຈົ້າ​ຄືນ​ສູ່​ຖິ່ນຖານ​ດ້ວຍ​ຄວາມ​ອຸດົມສົມບູນ ໂດຍ​ມີ​ຝູງສັດ​ຢ່າງ​ມາກມາຍ, ຄຳ, ເງິນ, ທອງ, ເຫຼັກ ແລະ​ເຄື່ອງນຸ່ງ​ຫລາຍ​ຢ່າງ. ສະນັ້ນ ພວກເຈົ້າ​ຈົ່ງ​ແບ່ງປັນ​ສິ່ງ​ທີ່​ຢຶດ​ມາ​ໄດ້​ຈາກ​ເຫຼົ່າ​ສັດຕູ​ນັ້ນ ໃຫ້​ພີ່ນ້ອງ​ໃນ​ຕະກຸນ​ຂອງ​ພວກເຈົ້າ.” ແລ້ວ​ພວກເຂົາ​ກໍໄດ້​ພາກັນ​ກັບ​ເມືອ. ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃຫ້​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ແລະ​ອີກ​ເຄິ່ງ​ເຜົ່າ​ນັ້ນ ໂຢຊວຍ​ໄດ້​ມອບ​ດິນແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ພວກເຂົາ​ຮ່ວມ​ກັບ​ເຜົ່າ​ອື່ນໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka