Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 16:11 - ພຣະຄຳພີສັກສິ

11 ຈົ່ງ​ຊອກຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ນະມັດສະການ​ພຣະອົງ​ສືບ​ໄປ​ເລື້ອຍໆ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 16:11
11 Jak'a apnaqawi uñst'ayäwi  

ຈົ່ງ​ດີໃຈ​ທີ່​ພວກເຮົາ​ໄດ້​ເປັນ​ຂອງ​ພຣະອົງ; ໃຫ້​ທຸກຄົນ​ຊົມຊື່ນ​ຍິນດີ​ນະມັດສະການ​ພຣະອົງ


ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ລຸກ​ຂຶ້ນ ແລະ​ໂດຍ​ຫີບ​ພັນທະສັນຍາ​ທີ່​ເປັນ​ສັນຍາລັກ​ແຫ່ງ​ຣິດອຳນາດ​ຂອງ​ພຣະອົງ ໂຜດ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ສະຖິດ​ຢູ່​ໃນ​ທີ່ນັ້ນ​ຕະຫລອດໄປ​ເຖີດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ບັນດາ​ປະໂຣຫິດ​ຂອງ​ພຣະອົງ​ໃນ​ທຸກໆສິ່ງ​ທີ່​ພວກເຂົາ​ເຮັດ ແລະ​ໂຜດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຊົມຊື່ນ​ຍິນດີ ຍ້ອນ​ຄຸນຄວາມດີ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຂົາ​ນັ້ນ.


ແມ່ນ​ປະຊາຊົນ​ຢ່າງນີ້​ທີ່​ສະແຫວງ​ຫາ​ພຣະອົງ​ໄດ້ ຄື​ຜູ້​ທີ່​ເຂົ້າ​ໄປ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ຂອງ​ຢາໂຄບ.


ມີ​ຫລາຍ​ຄົນ​ພາກັນ​ພາວັນນາ​ອະທິຖານ​ວ່າ: ໂອ ຂ້າແດ່​ພຣະເຈົ້າຢາເວ​ເອີຍ ໂຜດ​ອວຍພອນ​ພວກ​ຂ້ານ້ອຍ​ຕື່ມ​ຂຶ້ນ​ແດ່ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ.


ຂໍ​ພຣະເຈົ້າ​ຊົງ​ໂຜດ​ອີດູ​ແລະ​ອວຍພອນ​ພວກ​ຂ້ານ້ອຍ​ດ້ວຍ ໂຜດ​ແນມເບິ່ງ​ພວກ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ແດ່ທ້ອນ


ພຣະເຈົ້າ ພຣະອົງ​ເປັນ​ທີ່​ໜ້າຢຳເກງ​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ແຕ່​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ນັ້ນ ຄື​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຜູ້​ໃຫ້​ພະລັງ ແລະ​ອຳນາດ​ແກ່​ປະຊາຊົນ​ຂອງ​ພຣະອົງ. ສັນລະເສີນ​ພຣະເຈົ້າ.


ພຣະອົງ​ໃຫ້​ສັດຕູ​ຢຶດ​ຫີບ​ພັນທະສັນຍາ ຊຶ່ງ​ເປັນ​ເຄື່ອງໝາຍ​ສັນຍາລັກ​ແຫ່ງ​ພຣະ​ສະຫງ່າຣາສີ.


ເມື່ອ​ພວກເຂົາ​ຜ່ານ​ຮ່ອມພູ​ແຫ້ງແລ້ງ​ທີ່​ບາກາ ບ່ອນ​ນັ້ນ​ກໍ​ກາຍເປັນ​ນໍ້າພຸ ຝົນ​ຕົ້ນລະດູ​ໃຫ້​ເຕັມ​ດ້ວຍ​ສະນໍ້າ.


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່. ຖ້າ​ບໍ່​ຍອມ ພຣະອົງ​ກໍ​ຈະ​ກຳຈັດ​ປະຊາຊົນ​ອິດສະຣາເອນ​ດັ່ງ​ໄຟ​ທີ່​ເຜົາຜານ. ໄຟ​ນັ້ນ​ຈະ​ລຸກ​ໄໝ້​ຊາວ​ເບັດເອນ ແລະ​ບໍ່ມີ​ຜູ້ໃດ​ຈະ​ມອດ​ມັນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka