Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 16:10 - ພຣະຄຳພີສັກສິ

10 ຈົ່ງ​ດີໃຈ​ທີ່​ພວກເຮົາ​ໄດ້​ເປັນ​ຂອງ​ພຣະອົງ; ໃຫ້​ທຸກຄົນ​ຊົມຊື່ນ​ຍິນດີ​ນະມັດສະການ​ພຣະອົງ

Uka jalj uñjjattʼäta Copia luraña




1 ຂ່າວຄາວ 16:10
16 Jak'a apnaqawi uñst'ayäwi  

ຈົ່ງ​ຊອກຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ນະມັດສະການ​ພຣະອົງ​ສືບ​ໄປ​ເລື້ອຍໆ.


ຈົ່ງ​ຮ້ອງເພງ​ສຳລັບ​ພຣະອົງ ຈົ່ງ​ຮ້ອງເພງ​ສັນລະເສີນ​ແດ່​ພຣະອົງ ຈົ່ງ​ບອກ​ສິ່ງ​ໜ້າງຶດງໍ້​ທີ່​ພຣະອົງ​ໄດ້​ກະທຳ.


ສະນັ້ນ ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ສຸດຈິດ. ຈົ່ງ​ລົງມື​ກໍ່ສ້າງ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ ເພື່ອ​ຈະ​ໄດ້​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ເຄື່ອງ​ສັກສິດ​ອື່ນໆ​ຂອງ​ພຣະເຈົ້າ ເຂົ້າມາ​ໃນ​ວິຫານ​ທີ່​ສ້າງ​ໄວ້​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ.”


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ປະຊາຊົນ​ຢູດາ​ທັງໝົດ​ຈຶ່ງ​ມີ​ຄວາມ​ຍິນດີ​ຫລາຍ ເພາະ​ພວກເຂົາ​ໄດ້​ເຮັດ​ພັນທະສັນຍາ​ນີ້​ດ້ວຍ​ສຸດຈິດ​ສຸດໃຈ. ພວກເຂົາ​ນະມັດສະການ​ພຣະເຈົ້າຢາເວ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ພຣະອົງ​ໄດ້​ຮັບ​ເອົາ​ພວກເຂົາ​ໄວ້ ແລ້ວ​ກໍ​ໃຫ້​ພວກເຂົາ​ມີ​ຄວາມ​ສະຫງົບສຸກ​ຮອບດ້ານ.


ທຸກ​ມູມໂລກ ທຸກ​ຊົນຊາດ​ຈະ​ຄິດເຖິງ​ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ທຸກ​ເຊື້ອຊາດ​ພາສາ​ຈະ​ນະມັດສະການ​ພຣະອົງ.


ຂ້ານ້ອຍ​ຈະ​ຍ້ອງຍໍ​ພຣະເຈົ້າຢາເວ​ໃນ​ສິ່ງ​ທີ່​ຊົງ​ກະທຳ ຂໍ​ໃຫ້​ຜູ້​ທີ່​ຖືກ​ຂົ່ມເຫັງ​ຟັງ​ແລະ​ເບີກບານ​ໃຈ​ເຖີດ.


ຈົ່ງ​ຮ່ວມ​ກັບ​ຂ້ອຍ​ປະກາດ​ວ່າ​ພຣະເຈົ້າຢາເວ​ຍິ່ງໃຫຍ່ ໃຫ້​ພວກເຮົາ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ພ້ອມກັນ.


ເຮົາ​ຮັກ​ພວກ​ທີ່​ຮັກ​ເຮົາ ຜູ້​ທີ່​ຊອກຫາ​ເຮົາ​ກໍ​ພົບ​ເຮົາ​ໄດ້.


ເຮົາ​ບໍ່ໄດ້​ກ່າວ​ໃນ​ບ່ອນ​ທີ່​ລັບລີ້​ເລີຍ ຫລື​ປິດບັງ​ຈຸດ​ມຸ່ງໝາຍ​ຂອງເຮົາ​ໄວ້. ເຮົາ​ບໍ່ໄດ້​ຮ້ອງຂໍ​ໃຫ້​ປະຊາຊົນ​ອິດສະຣາເອນ ຊອກ​ຄົ້ນ​ຫາ​ເຮົາ​ໃນ​ບ່ອນ​ເປົ່າຮ້າງ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ແຕ່​ຄວາມຈິງ ເຮັດ​ໃຫ້​ທຸກຄົນ​ຮູ້ຈັກ​ແຕ່​ສິ່ງ​ທີ່​ຖືກຕ້ອງ.”


ເຊື້ອສາຍ​ອິດສະຣາເອນ​ທັງໝົດ​ຈະ​ຕັ້ງ​ຢູ່​ໃນ​ຄວາມມີໄຊ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ໃນ​ພຣະເຈົ້າຢາເວ.”


ຖ້າ​ພວກເຈົ້າ​ຊອກ​ຫາ​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ ພວກເຈົ້າ​ກໍ​ຈະ​ພົບ​ເຮົາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka