Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 16:1 - ພຣະຄຳພີສັກສິ

1 ພວກເຂົາ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ສູ່​ຫໍເຕັນ ຊຶ່ງ​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້​ແລະ​ນຳ​ເອົາ​ຫີບ​ເຂົ້າ​ໄປ​ໄວ້​ໃນ​ທີ່ນັ້ນ. ແລ້ວ​ພວກເຂົາ​ກໍໄດ້​ຖວາຍ​ເຄື່ອງ​ບູຊາ​ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 16:1
14 Jak'a apnaqawi uñst'ayäwi  

ກະສັດ​ໂຊໂລໂມນ​ຮູ້​ເມື່ອ​ຂຶ້ນ​ແລະ​ຮູ້ຈັກ​ແຈ້ງ​ວ່າ, ພຣະເຈົ້າ​ໄດ້​ກ່າວ​ແກ່​ຕົນ​ທາງ​ຄວາມຝັນ. ແລ້ວ​ເພິ່ນ​ກໍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄປ​ຢືນ​ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຈັດ​ງານ​ກິນລ້ຽງ​ສຳລັບ​ພວກ​ຂ້າຣາຊການ​ທຸກຄົນ​ຂອງ​ເພິ່ນ.


ແລ້ວ​ກະສັດ​ໂຊໂລໂມນ​ພ້ອມ​ທັງ​ທຸກຄົນ​ກໍ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ຕໍ່ໜ້າ​ພຣະເຈົ້າຢາເວ.


ກະສັດ​ດາວິດ​ໄດ້​ສ້າງ​ສຳນັກ​ຫລາຍ​ຫລັງ​ສຳລັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ. ເພິ່ນ​ຍັງ​ໄດ້​ຈັດຕຽມ​ບ່ອນ​ໄວ້​ຫີບ​ຂອງ​ພຣະເຈົ້າ ແລະ​ສ້າງ​ເຕັນ​ສຳລັບ​ບັນຈຸ​ຫີບ​ຢູ່​ທີ່​ນັ້ນ.


ເພິ່ນ​ກ່າວ​ແກ່​ພວກເລວີ​ວ່າ, “ພວກເຈົ້າ​ເປັນ​ຜູ້ນຳ​ບັນດາ​ຕະກຸນ​ຊາວ​ເລວີ. ຈົ່ງ​ຊຳລະ​ຕົນເອງ​ໃຫ້​ສະອາດ ແລະ​ພີ່ນ້ອງ​ເລວີ​ຄົນອື່ນ​ດ້ວຍ ເພື່ອ​ພວກເຈົ້າ​ຈະ​ນຳ​ຫີບ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ມາ​ສູ່​ບ່ອນ​ທີ່​ຖືກ​ຈັດຕຽມ​ໄວ້​ແລ້ວ​ນັ້ນ​ໄດ້.


ສະນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ໄປ​ບ່ອນ​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ.


ຫລັງຈາກ​ກະສັດ​ດາວິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແລ້ວ ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ​ເພິ່ນ​ໄດ້​ອວຍພອນ​ປະຊາຊົນ


ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.


ສ່ວນ​ຫີບ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ຕັ້ງ​ຢູ່​ນະຄອນ​ເຢຣູຊາເລັມ ຄື​ຮັກສາ​ໄວ້​ໃນ​ຫໍເຕັນ​ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ສ້າງ​ຂຶ້ນ ເມື່ອ​ເພິ່ນ​ໄດ້​ນຳ​ຫີບ​ນັ້ນ​ມາ​ຈາກ​ກີຣີອາດ​ເຢອາຣີມ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ສະເດັດ​ມາ​ທີ່​ພຣະວິຫານ ພ້ອມ​ກັບ​ຫີບ​ພັນທະສັນຍາ ຊຶ່ງ​ເປັນ​ສັນຍາລັກ​ແຫ່ງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ສະຖິດ​ຢູ່​ບ່ອນ​ນີ້​ຕະຫລອດໄປ​ເປັນນິດ.


ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ນັ້ນ ຈົ່ງ​ເອົາ​ສ່ວນ​ໜຶ່ງ​ຂອງ​ສັດ​ມາ​ຖວາຍ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ຕາມ​ພິທີ​ຖວາຍ​ອາຫານ​ຄື: ໄຂມັນ, ໄຂມັນ​ຂອງ​ຫາງ​ແປະ​ກະດູກ​ສັນຫລັງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka