Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 15:1 - ພຣະຄຳພີສັກສິ

1 ກະສັດ​ດາວິດ​ໄດ້​ສ້າງ​ສຳນັກ​ຫລາຍ​ຫລັງ​ສຳລັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ. ເພິ່ນ​ຍັງ​ໄດ້​ຈັດຕຽມ​ບ່ອນ​ໄວ້​ຫີບ​ຂອງ​ພຣະເຈົ້າ ແລະ​ສ້າງ​ເຕັນ​ສຳລັບ​ບັນຈຸ​ຫີບ​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 15:1
14 Jak'a apnaqawi uñst'ayäwi  

ເຖິງ​ຢ່າງ​ໃດ​ກໍຕາມ ກະສັດ​ໄດ້​ອອກ​ຄຳສັ່ງ​ບໍ່​ໃຫ້​ອັບຊາໂລມ​ຢູ່​ໃນ​ຣາຊວັງ​ຕໍ່ໄປ. ເພິ່ນ​ກ່າວ​ວ່າ, “ເຮົາ​ບໍ່​ຢາກ​ເຫັນ​ໜ້າ​ລາວ.” ດັ່ງນັ້ນ ອັບຊາໂລມ​ຈຶ່ງ​ຢູ່​ໃນ​ເຮືອນ​ຂອງ​ຕົນເອງ ແລະ​ບໍ່ໄດ້​ມາ​ປາກົດ​ຕົວ​ຕໍ່ໜ້າ​ກະສັດ.


ເມື່ອ​ຢຶດເອົາ​ປ້ອມ​ປ້ອງກັນ​ເມືອງ​ໄດ້​ແລ້ວ ກະສັດ​ດາວິດ​ກໍ​ຢູ່​ໃນ​ທີ່ນັ້ນ​ແລະ​ໃສ່​ຊື່​ບ່ອນ​ນີ້​ວ່າ, “ເມືອງ​ຂອງ​ດາວິດ.” ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ນີ້​ໄວ້​ຕັ້ງແຕ່​ບ່ອນ​ທີ່​ເຂົາ​ຖົມ​ດິນ​ທາງທິດ​ຕາເວັນອອກ​ຂອງ​ເນີນພູ.


ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ຄອບຄົວ​ໂອເບັດເອໂດມ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ ຍ້ອນ​ຫີບ​ຂອງ​ພຣະເຈົ້າ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້ເອົາ​ຫີບ​ຂອງ​ພຣະເຈົ້າ ອອກ​ຈາກ​ເຮືອນ​ຂອງ​ໂອເບັດເອໂດມ​ໄປ​ທີ່​ເມືອງ​ຂອງ​ດາວິດ​ດ້ວຍ​ຄວາມ​ຊົມຊື່ນຍິນດີ.


ຫີບ​ຂອງ​ພຣະເຈົ້າຢາເວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ຢູ່​ໃນ​ຫໍເຕັນ ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້. ແລ້ວ​ກະສັດ​ດາວິດ​ກໍ​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຊ້ອງ​ພຣະພັກ​ພຣະເຈົ້າຢາເວ.


ເພິ່ນ​ກ່າວ​ແກ່​ພວກເລວີ​ວ່າ, “ພວກເຈົ້າ​ເປັນ​ຜູ້ນຳ​ບັນດາ​ຕະກຸນ​ຊາວ​ເລວີ. ຈົ່ງ​ຊຳລະ​ຕົນເອງ​ໃຫ້​ສະອາດ ແລະ​ພີ່ນ້ອງ​ເລວີ​ຄົນອື່ນ​ດ້ວຍ ເພື່ອ​ພວກເຈົ້າ​ຈະ​ນຳ​ຫີບ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ມາ​ສູ່​ບ່ອນ​ທີ່​ຖືກ​ຈັດຕຽມ​ໄວ້​ແລ້ວ​ນັ້ນ​ໄດ້.


ສະນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ ໄປ​ບ່ອນ​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ.


ພວກເຂົາ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ສູ່​ຫໍເຕັນ ຊຶ່ງ​ກະສັດ​ດາວິດ​ໄດ້​ຈັດຕຽມ​ໄວ້​ແລະ​ນຳ​ເອົາ​ຫີບ​ເຂົ້າ​ໄປ​ໄວ້​ໃນ​ທີ່ນັ້ນ. ແລ້ວ​ພວກເຂົາ​ກໍໄດ້​ຖວາຍ​ເຄື່ອງ​ບູຊາ​ແລະ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ.


ບຸກຄົນ​ເຫຼົ່ານີ້​ແມ່ນ​ພວກ​ທີ່​ກະສັດ​ດາວິດ ໃຫ້​ຮັບຜິດຊອບ​ຮ້ອງເພງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ ຫລັງຈາກ​ທີ່​ໄດ້​ຍ້າຍ​ຫີບ​ພັນທະສັນຍາ​ເຂົ້າ​ໄປ​ໄວ້​ຢູ່​ໃນ​ນັ້ນ.


ສ່ວນ​ຫີບ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ຕັ້ງ​ຢູ່​ນະຄອນ​ເຢຣູຊາເລັມ ຄື​ຮັກສາ​ໄວ້​ໃນ​ຫໍເຕັນ​ບ່ອນ​ທີ່​ກະສັດ​ດາວິດ​ໄດ້​ສ້າງ​ຂຶ້ນ ເມື່ອ​ເພິ່ນ​ໄດ້​ນຳ​ຫີບ​ນັ້ນ​ມາ​ຈາກ​ກີຣີອາດ​ເຢອາຣີມ.


ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ເອີ້ນ​ປະຊຸມ ພວກ​ຜູ້ນຳ​ທຸກ​ເຜົ່າ​ແລະ​ທຸກ​ຕະກຸນ​ຂອງ​ຊາດ​ອິດສະຣາເອນ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຈາກ​ພູເຂົາ​ຊີໂອນ ເມືອງ​ຂອງ​ດາວິດ ມາ​ທີ່​ພຣະວິຫານ.


ຈົນກວ່າ​ຂ້ານ້ອຍ​ຈັດຫາ​ສະຖານທີ່​ສຳລັບ​ພຣະເຈົ້າຢາເວ​ສະຖິດ ຄື​ທີ່ຢູ່​ສຳລັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”


ເພິ່ນ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ. ສະນັ້ນ ເພິ່ນ​ຈຶ່ງ​ຂໍຮ້ອງ​ພຣະອົງ​ໄດ້​ອະນຸຍາດ​ໃຫ້​ເພິ່ນ​ຫາ​ບ່ອນ​ຢູ່​ໃຫ້​ພຣະເຈົ້າ​ຂອງ​ຢາໂຄບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka