4 ລູກທີ່ເພິ່ນໄດ້ໃນນະຄອນເຢຣູຊາເລັມ ມີດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,
ຕໍ່ມາ ພຣະເຈົ້າຢາເວໄດ້ສົ່ງຜູ້ທຳນວາຍນາທານໄປຫາກະສັດດາວິດ. ນາທານໄດ້ໄປຫາເພິ່ນ ແລະກ່າວວ່າ, “ຍັງມີສອງຄົນຢູ່ໃນເມືອງດຽວກັນ ຜູ້ໜຶ່ງເປັນຄົນຮັ່ງມີ ແລະຜູ້ໜຶ່ງອີກເປັນຄົນຍາກຈົນ.
ພວກລູກທີ່ເກີດໃນນະຄອນເຢຣູຊາເລັມມີຊື່ດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,
ໃຫ້ຣາຊິນີໄປຫາກະສັດດາວິດໂດຍທັນທີ ແລະຖາມເພິ່ນວ່າ, ‘ຂ້າແດ່ພະຣາຊາ ທ່ານໄດ້ສັນຍາໄວ້ຢ່າງເດັດດ່ຽວກັບຂ້ານ້ອຍແລ້ວບໍ່ແມ່ນບໍວ່າ ໂຊໂລໂມນລູກຊາຍຂອງຂ້ານ້ອຍຈະເປັນກະສັດສືບແທນທ່ານ? ແລ້ວບັດນີ້ເປັນຫຍັງອາໂດນີຢາຈຶ່ງໄດ້ຂຶ້ນເປັນກະສັດ?”’
ຣາຊິນີຕອບເພິ່ນວ່າ, “ຂ້າແດ່ຣາຊາເຈົ້າ ທ່ານໄດ້ສາບານຕໍ່ຜູ້ຮັບໃຊ້ຂອງທ່ານໂດຍພຣະເຈົ້າຢາເວ ພຣະເຈົ້າຂອງທ່ານແລ້ວວ່າ ໂຊໂລໂມນລູກຊາຍຂອງຂ້ານ້ອຍຈະໄດ້ຂຶ້ນເປັນກະສັດສືບແທນທ່ານ.
ລາວຕອບວ່າ, “ເຈົ້າຄົງຮູ້ແລ້ວວ່າ ຂ້ອຍຄວນຈະໄດ້ເປັນກະສັດ ແລະທຸກຄົນໃນຊາດອິດສະຣາເອນກໍມີຄວາມຫວັງຢ່າງນັ້ນ, ແຕ່ເຫດການກັບກາຍມາເປັນຢ່າງອື່ນ ຄືນ້ອງຊາຍຂອງຂ້ອຍໄດ້ຂຶ້ນເປັນກະສັດ ເພາະເປັນຄວາມປະສົງຂອງພຣະເຈົ້າຢາເວ.
ກະສັດໂຊໂລໂມນຮັກພຣະເຈົ້າຢາເວ ແລະປະຕິບັດຕາມຄຳແນະນຳຂອງກະສັດດາວິດພໍ່ຂອງຕົນ; ແຕ່ເພິ່ນຍັງໄດ້ຂ້າສັດແລະຖວາຍບູຊາຕາມແທ່ນບູຊາຕ່າງໆ ທີ່ເທິງພູເຊັ່ນດຽວກັນ.
ໃນນະຄອນເຢຣູຊາເລັມນີ້ເອງ ທີ່ກະສັດດາວິດໄດ້ມີເມຍຕື່ມອີກຫລາຍຄົນ ແລະໄດ້ມີລູກຊາຍກັບລູກສາວຕື່ມອີກຫລາຍຄົນ.
ອິບຮາ, ເອລີຊູອາ, ເອນເປເລັດ,
ເອລີອາກິມເປັນລູກຊາຍຂອງເມເລອາ, ເມເລອາເປັນລູກຊາຍຂອງເມັນນາ, ເມັນນາເປັນລູກຊາຍຂອງມັດຕາທາ, ມັດຕາທາເປັນລູກຊາຍຂອງນາທານ, ນາທານເປັນລູກຊາຍຂອງດາວິດ,