Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 13:8 - ພຣະຄຳພີສັກສິ

8 ກະສັດ​ດາວິດ ແລະ​ປະຊາຊົນ​ທັງຫລາຍ, ຕ່າງ​ກໍ​ຟ້ອນ​ຢ່າງ​ສຸດໃຈ​ເພື່ອ​ຖວາຍ​ກຽດ​ແກ່​ພຣະເຈົ້າ. ພວກເຂົາ​ຮ້ອງເພງ​ທັງ​ບັນເລງ​ດົນຕຼີ​ເຊັ່ນ: ພິນ, ກອງ, ແສ່ງ ແລະ​ແກ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 13:8
18 Jak'a apnaqawi uñst'ayäwi  

ບັດນີ້​ຈົ່ງ​ນຳ​ນັກດົນຕຼີ​ຄົນ​ໜຶ່ງ​ມາ​ໃຫ້​ຂ້ານ້ອຍ.” ໃນ​ຂະນະທີ່​ນັກດົນຕຼີ​ກຳລັງ​ດີດພິນ​ຢູ່​ນັ້ນ ຣິດເດດ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ​ຄວບຄຸມ​ເອລີຊາ


ສະນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ແຫ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ມາ​ເຖິງ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ​ພ້ອມ​ທັງ​ເປົ່າແກ, ເປົ່າ​ເຂົາສັດ, ຕົບແສ່ງ ແລະ​ດີດພິນ.


ເຮມານ​ແລະ​ເຢດູທູນ​ໄດ້​ເຮັດ​ໜ້າທີ່​ເປົ່າແກ, ຕົບແສ່ງ ແລະ​ຫລີ້ນ​ເຄື່ອງ​ດົນຕຼີ​ອື່ນໆ​ເມື່ອ​ຮ້ອງເພງ​ສັນລະເສີນ. ສະມາຊິກ​ໃນ​ຕະກຸນ​ເຢດູທູນ​ໄດ້​ເປັນ​ຜູ້​ເຝົ້າຍາມ​ປະຕູ​ເຂົ້າ.


ອາສັບ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຫົວໜ້າ ແລະ​ເຊກາຣີຢາ​ເປັນ​ຜູ້​ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະ​ເຢອີເອນ ເປັນ​ພວກ​ດີດພິນ. ອາສັບ​ເປັນ​ຜູ້​ຕົບແສ່ງ,


ສີ່ພັນ​ຄົນ ໃຫ້​ເຮັດ​ໜ້າທີ່​ເຝົ້າຍາມ​ປະຕູ ແລະ​ອີກ​ສີ່ພັນ​ຄົນ ສຳລັບ​ສັນລະເສີນ​ພຣະເຈົ້າຢາເວ​ໂດຍ​ໃຊ້​ເຄື່ອງ​ດົນຕຼີ ທີ່​ກະສັດ​ດາວິດ​ໄດ້​ຈັດຫາ​ໄວ້​ສຳລັບ​ສັນລະເສີນ​ໂດຍ​ສະເພາະ.


ເມື່ອ​ມາ​ຮອດ​ໃນ​ເມືອງ ພວກເຂົາ​ກໍ​ຍ່າງ​ມຸ່ງໜ້າ​ສູ່​ວິຫານ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ດີດພິນ​ແລະ​ເປົ່າແກ​ດັງ​ກ້ອງສະໜັ່ນ.


ຊາວ​ເລວີ​ທັງໝົດ​ທີ່​ເປັນ​ນັກດົນຕຼີ​ເຊັ່ນ: ອາສັບ, ເຮມານ ແລະ​ເຢດູທູນ ແລະ​ພວກ​ລູກຊາຍ​ຂອງ​ພວກເຂົາ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ ໂດຍ​ຢືນ​ຢູ່​ທາງດ້ານ​ທິດ​ຕາເວັນອອກ ຕ່າງ​ກໍໄດ້​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ດີ ຕົບແສ່ງ ແລະ​ດີດພິນ ຢູ່​ໃກ້​ແທ່ນບູຊາ. ພວກເຂົາ​ມີ​ປະໂຣຫິດ​ໜຶ່ງຮ້ອຍ​ຊາວ​ຄົນ ເປົ່າແກ​ປະສົມ​ປະສານ​ໄປ​ນຳ.


ພຣະເຈົ້າ​ຂຶ້ນ​ສູ່​ບັນລັງ​ທ່າມກາງ​ສຽງ​ໂຮຮ້ອງ​ຍິນດີ ສຽງ​ແກ​ດັງ​ກ້ອງສະໜັ່ນ​ຂະນະທີ່​ພຣະເຈົ້າຢາເວ​ຂຶ້ນ​ໄປ​ນັ້ນ.


ດ້ວຍ​ດົນຕຼີ​ຈາກ​ເຄື່ອງເສບ​ເປັນ​ສາຍ ໂດຍ​ສຽງ​ກິດຕາ ບັນເລງ​ເພງ​ພ້ອມ.


ຈົ່ງ​ເຊົາ​ຮ້ອງເພງ​ອັນ​ອຶກກະທຶກ​ຂອງ​ພວກເຈົ້າ​ນັ້ນ​ສາ ເຮົາ​ບໍ່​ຢາກ​ຟັງ​ສຽງ​ດົນຕຼີ​ຂອງ​ພວກເຈົ້າ.


ພວກເຈົ້າ​ມັກ​ແຕ່ງ​ເພງ​ດັ່ງ​ດາວິດ​ໄດ້​ແຕ່ງ ແລະ​ມັກ​ດີດ​ກິດຕາ​ບັນເລງ​ເພງ​ນັ້ນ​ໄປ​ພ້ອມ.


ຕໍ່ຈາກນັ້ນ ເຈົ້າ​ຈະ​ໄປ​ເຖິງ​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກີເບອາ ບ່ອນ​ທີ່​ພວກ​ຟີລິດສະຕິນ​ຕັ້ງ​ຄ້າຍ​ຢູ່. ທີ່​ທາງ​ເຂົ້າ​ປະຕູ​ເມືອງ ເຈົ້າ​ຈະ​ພົບ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ທີ່​ກຳລັງ​ດີດພິນ, ຕີ​ກອງ ແລະ​ເປົ່າ​ຂຸ່ຍ ພວມ​ລົງ​ມາ​ແຕ່​ເນີນພູ​ບ່ອນ​ມີ​ແທ່ນບູຊາ. ພວກເຂົາ​ຈະ​ຟ້ອນ​ແລະ​ຮ້ອງ​ໂຮ​ດ້ວຍ​ສຽງດັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka