1 ຂ່າວຄາວ 13:7 - ພຣະຄຳພີສັກສິ7 ພວກເຂົາໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າອອກຈາກເຮືອນຂອງອາບີນາດາບ ມາວາງໄວ້ທີ່ເທິງກວຽນໃໝ່ລຳໜຶ່ງ ຂະນະທີ່ອຸດຊາແລະອາຮີໂອໄດ້ຂັບກວຽນໄປ, Uka jalj uñjjattʼäta |
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.