Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 13:2 - ພຣະຄຳພີສັກສິ

2 ແລ້ວ​ເພິ່ນ​ກໍ​ປະກາດ​ຕໍ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ວ່າ, “ຖ້າ​ພວກທ່ານ​ເຫັນດີ ແລະ​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ກໍ​ໃຫ້​ພວກເຮົາ​ໃຊ້​ຄົນນຳຂ່າວ​ເຫຼົ່ານີ້​ອອກ​ໄປ​ບອກ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຮົາ ລວມ​ກັບ​ພວກ​ປະໂຣຫິດ​ແລະ​ພວກເລວີ​ໃນ​ເມືອງ​ຂອງ​ພວກເຂົາ ໃຫ້​ມາ​ເຕົ້າໂຮມ​ກັນ​ທີ່​ນີ້​ກັບ​ພວກເຮົາ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 13:2
16 Jak'a apnaqawi uñst'ayäwi  

ພວກເຂົາ​ຕອບ​ວ່າ, “ຖ້າ​ທ່ານ​ຢາກ​ຈະ​ຮັບໃຊ້​ປະຊາຊົນ​ເຫຼົ່ານີ້​ໃຫ້​ດີ ຈົ່ງ​ຕອບ​ຕາມ​ຄວາມ​ຂໍຮ້ອງ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ຮັບໃຊ້​ທ່ານ​ຢ່າງ​ສັດຊື່​ເລື້ອຍໄປ.”


ເມື່ອ​ພວກ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ຮ່ອມພູ​ຢິດຊະເຣນ​ໄດ້ຍິນ​ວ່າ ກອງທັບ​ອິດສະຣາເອນ​ໄດ້​ປົບໜີ ແລະ​ກະສັດ​ໂຊນ​ພ້ອມທັງ​ພວກ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຕາຍ​ແລ້ວ; ສະນັ້ນ ພວກເຂົາ​ຈຶ່ງ​ພາກັນ​ປະ​ເມືອງ​ແລະ​ປົບໜີໄປ. ແລ້ວ​ພວກ​ຟີລິດສະຕິນ​ກໍໄດ້​ເຂົ້າ​ມາ​ຢຶດເອົາ​ເມືອງ.


ກະສັດ​ດາວິດ​ໄດ້​ປຶກສາ​ກັບ​ນາຍ​ທະຫານ ທີ່​ບັນຊາການ​ກອງພັນ​ແລະ​ກອງຮ້ອຍ​ທຸກຄົນ.


ແລ້ວ​ພວກເຮົາ​ກໍ​ຈະ​ພາກັນ​ໄປ​ເອົາ​ຫີບ​ຂອງ​ພຣະເຈົ້າ ທີ່​ໄດ້​ຖືກ​ລືມ​ໃນ​ຄາວ​ໂຊນ​ເປັນ​ກະສັດ​ນັ້ນ.”


ຖ້າ​ເຮັດ​ເຊັ່ນນີ້ ແລະ​ເມື່ອ​ພຣະເຈົ້າ​ສັ່ງ​ການ​ແລ້ວ ເຈົ້າ​ກໍ​ຈະ​ບໍ່​ອ່ອນເພຍ​ເສຍ​ກຳລັງ​ເຈົ້າ​ເອງ ແລະ​ປະຊາຊົນ​ພວກ​ນີ້​ທຸກຄົນ​ຈະ​ກັບ​ບ້ານໃຜ​ເຮືອນລາວ ໂດຍ​ທີ່​ບັນຫາ​ຂອງ​ແຕ່ລະຄົນ​ໄດ້​ຮັບ​ການ​ແກ້ໄຂ​ໄປ​ດ້ວຍ​ດີ.”


ມີ​ທີ່ປຶກສາ​ຫລາຍ​ຄົນ ແຜນການ​ກໍ​ສຳເລັດ ປາສະຈາກ​ທີ່ປຶກສາ​ແລ້ວ ແຜນການ​ກໍ​ຫລົ້ມເຫລວ.


ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໄດ້ຍິນ​ຄຳ​ໝິ່ນປະໝາດ​ເຫຼົ່ານີ້ ແລະ​ລົງໂທດ​ພວກ​ທີ່​ເວົ້າ​ຄຳ​ໝິ່ນປະໝາດ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ພຣະເຈົ້າ​ສຳລັບ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ມີ​ຊີວິດ​ລອດ​ຢູ່​ດ້ວຍ​ເຖີດ.”


ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ຢູ່​ທີ່​ເທິງ​ພູ​ກິນໂບອາ. ໃນ​ບ່ອນ​ນັ້ນ ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ເປັນ​ຈຳນວນ​ຫລວງຫລາຍ. ສ່ວນ​ທີ່​ເຫຼືອ​ນັ້ນ​ກໍໄດ້​ປົບໜີໄປ ມີ​ທັງ​ກະສັດ​ໂຊນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka