Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 13:12 - ພຣະຄຳພີສັກສິ

12 ແລ້ວ​ກະສັດ​ດາວິດ​ກໍ​ຢ້ານກົວ​ພຣະເຈົ້າ​ຈຶ່ງ​ຖາມ​ວ່າ, “ບັດນີ້ ເຮົາ​ຈະ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ນຳ​ເຮົາ​ໄດ້​ຢ່າງໃດ?”

Uka jalj uñjjattʼäta Copia luraña




1 ຂ່າວຄາວ 13:12
12 Jak'a apnaqawi uñst'ayäwi  

ໂອ​ພຣະເຈົ້າ​ເອີຍ ແຕ່​ພຣະອົງ​ຢາກ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້​ແທ້​ບໍ? ແມ່ນແຕ່​ຟ້າ​ສະຫວັນ​ທັງໝົດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້ ແລ້ວ​ພຣະວິຫານ​ທີ່​ຂ້ານ້ອຍ​ສ້າງ​ນີ້​ຈະ​ໃຫຍ່​ພຽງພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?


ແລະ​ກະສັດ​ດາວິດ​ກໍ​ໃຈຮ້າຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ອຸດຊາ​ເຖິງ​ຕາຍ. ສະນັ້ນ ບ່ອນ​ນີ້​ຈຶ່ງ​ເອີ້ນ​ວ່າ ເປເຣັດອຸດຊາ ມາ​ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ສະນັ້ນ ກະສັດ​ດາວິດ​ຈຶ່ງ​ບໍ່​ນຳ​ເອົາ​ຫີບ​ນີ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ, ແຕ່​ເພິ່ນ​ໄດ້​ປະ​ໄວ້​ທີ່​ເຮືອນ​ຂອງ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອເບັດເອໂດມ​ຊາວ​ເມືອງກາດ.


ແຕ່​ກະສັດ​ດາວິດ​ບໍ່​ສາມາດ​ໄປ​ທູນຖາມ​ພຣະເຈົ້າ​ທີ່​ນັ້ນ​ໄດ້ ເພາະ​ເພິ່ນ​ຢ້ານ​ດາບ​ຂອງ​ເທວະດາ​ຂອງ​ພຣະເຈົ້າຢາເວ.


ຂ້ານ້ອຍ​ຢ້ານ​ພຣະອົງ​ຈົນ​ຕົວສັ່ນ ແລະ​ຂ້ານ້ອຍ​ຢ້ານ​ການຕັດສິນ​ຂອງ​ພຣະອົງ​ຫລາຍ​ທີ່ສຸດ.


ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”


ຕໍ່ມາ ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ໜຶ່ງ​ຕະລັນຕົນ​ກໍ​ເຂົ້າ​ມາ ແລະ​ເວົ້າ​ວ່າ, ‘ນາຍເອີຍ ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຄົນ​ໃຈແຂງ ທ່ານ​ເກັບກ່ຽວ​ຜົນ​ໃນ​ບ່ອນ​ທີ່​ທ່ານ​ບໍ່ໄດ້​ຫວ່ານ ທ່ານ​ຮວບຮວມ​ເອົາ​ຜົນລະປູກ​ໃນ​ບ່ອນ​ທີ່​ທ່ານ​ບໍ່ໄດ້​ຝັດ.


ດັ່ງນັ້ນ ຊາວ​ເມືອງ​ເບັດເຊເມດ​ຈຶ່ງ​ເວົ້າ​ວ່າ, “ແມ່ນ​ຜູ້ໃດ​ທີ່​ຈະ​ຢືນ​ຢູ່​ຊ້ອງໜ້າ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ບໍຣິສຸດ​ນີ້​ໄດ້? ພວກເຮົາ​ຈະ​ສົ່ງ​ພຣະອົງ​ໄປ​ໃຫ້​ຜູ້ໃດ​ໄດ້ ເພື່ອ​ໃຫ້​ພົ້ນ​ຈາກ​ພວກເຮົາ​ເສຍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka