11 ແລະກະສັດດາວິດກໍໃຈຮ້າຍ ຍ້ອນພຣະເຈົ້າຢາເວໄດ້ລົງໂທດອຸດຊາເຖິງຕາຍ. ສະນັ້ນ ບ່ອນນີ້ຈຶ່ງເອີ້ນວ່າ ເປເຣັດອຸດຊາ ມາຈົນເຖິງເທົ່າທຸກວັນນີ້.
ດ້ວຍເຫດນີ້ ຊາວອິດສະຣາເອນຈຶ່ງບໍ່ກິນຊີ້ນເອັນທີ່ຕໍ່ກັບແອວ ເພາະແມ່ນບ່ອນທີ່ພຣະເຈົ້າໄດ້ຕີ.
ໃນທັນໃດນັ້ນ ພຣະເຈົ້າຢາເວກໍໂກດຮ້າຍອຸດຊາ ແລະຂ້າລາວ ເພາະລາວບໍ່ຢ້ານຢຳພຣະອົງ. ອຸດຊາຕາຍໃກ້ກັບຫີບຂອງພຣະເຈົ້າຢູ່ທີ່ນັ້ນ.
ໃນວັນນັ້ນກະສັດດາວິດກໍເກີດຢ້ານກົວພຣະເຈົ້າຢາເວ ແລະກ່າວວ່າ, “ເຮົາຈະນຳເອົາຫີບຂອງພຣະເຈົ້າຢາເວນີ້ໄປໄດ້ຢ່າງໃດ?”
ໃນທັນໃດນັ້ນ ພຣະເຈົ້າຢາເວກໍໂກດຮ້າຍອຸດຊາ ແລະເຮັດໃຫ້ລາວຕາຍ ເພາະລາວແຕະຕ້ອງຫີບນັ້ນ. ລາວໄດ້ສິ້ນໃຈຕາຍຢູ່ທີ່ນັ້ນຕໍ່ໜ້າພຣະເຈົ້າ
ແລ້ວກະສັດດາວິດກໍຢ້ານກົວພຣະເຈົ້າຈຶ່ງຖາມວ່າ, “ບັດນີ້ ເຮົາຈະເອົາຫີບພັນທະສັນຍາຂອງພຣະເຈົ້າໄປນຳເຮົາໄດ້ຢ່າງໃດ?”
ຍ້ອນພວກເຈົ້າບໍ່ໄດ້ໄປທີ່ນັ້ນເທື່ອທຳອິດ ເພື່ອຫາມຫີບພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງໄດ້ລົງໂທດພວກເຮົາ ເພາະບໍ່ໄດ້ນະມັດສະການພຣະອົງຕາມທີ່ສົມຄວນ.”
ແມ່ນແຕ່ພວກປະໂຣຫິດທີ່ເຂົ້າມາໃກ້ພຣະເຈົ້າຢາເວກໍດີ ຕ້ອງຊຳລະຕົນ ຫລືຈະໃຫ້ພຣະເຈົ້າຢາເວລົງໂທດພວກເຂົາ.”
ແຕ່ພຣະເຈົ້າຢາເວຕອບວ່າ, “ເຈົ້າມີສິດຫຍັງທີ່ຈະໂກດຮ້າຍ?”
ແຕ່ພຣະເຈົ້າໄດ້ກ່າວຕໍ່ໂຢນາວ່າ, “ເຈົ້າມີສິດຫຍັງທີ່ຈະໂກດຮ້າຍໃຫ້ຕົ້ນໄມ້ນີ້?” ໂຢນາຕອບພຣະເຈົ້າວ່າ, “ຂ້ານ້ອຍມີສິດທຸກຢ່າງທີ່ຈະໂກດຮ້າຍ ໂກດຮ້າຍຈົນຂ້ານ້ອຍຕາຍໄປ.”
ພຣະອົງໄດ້ຝັງເພິ່ນໄວ້ໃນຮ່ອມພູແຫ່ງໜຶ່ງ ທີ່ດິນແດນໂມອາບ ຊຶ່ງກົງກັນຂ້າມກັບເມືອງເບັດເປອໍ, ແຕ່ຈົນເຖິງປັດຈຸບັນນີ້ຍັງບໍ່ມີໃຜຮູ້ຄັກແນ່ວ່າ ຊາກສົບຂອງໂມເຊນັ້ນໄດ້ຖືກຝັງຢູ່ບ່ອນໃດ.
ແລ້ວໂຢຊວຍກໍຍັງໄດ້ຕັ້ງຫີນອື່ນອີກສິບສອງກ້ອນ ໄວ້ທີ່ກາງແມ່ນໍ້າຈໍແດນ ໃນບ່ອນທີ່ພວກປະໂຣຫິດຫາມຫີບພັນທະສັນຍາຢືນຢູ່ນັ້ນ. (ຫີນນັ້ນຍັງມີຢູ່ຈົນເຖິງທຸກວັນນີ້.)