Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 13:10 - ພຣະຄຳພີສັກສິ

10 ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ກໍ​ໂກດຮ້າຍ​ອຸດຊາ ແລະ​ເຮັດ​ໃຫ້​ລາວ​ຕາຍ ເພາະ​ລາວ​ແຕະຕ້ອງ​ຫີບ​ນັ້ນ. ລາວ​ໄດ້​ສິ້ນໃຈ​ຕາຍ​ຢູ່​ທີ່​ນັ້ນ​ຕໍ່ໜ້າ​ພຣະເຈົ້າ

Uka jalj uñjjattʼäta Copia luraña




1 ຂ່າວຄາວ 13:10
10 Jak'a apnaqawi uñst'ayäwi  

ແລະ​ກະສັດ​ດາວິດ​ກໍ​ໃຈຮ້າຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ອຸດຊາ​ເຖິງ​ຕາຍ. ສະນັ້ນ ບ່ອນ​ນີ້​ຈຶ່ງ​ເອີ້ນ​ວ່າ ເປເຣັດອຸດຊາ ມາ​ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ຍ້ອນ​ພວກເຈົ້າ​ບໍ່ໄດ້​ໄປ​ທີ່​ນັ້ນ​ເທື່ອ​ທຳອິດ ເພື່ອ​ຫາມ​ຫີບ​ພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ລົງໂທດ​ພວກເຮົາ ເພາະ​ບໍ່ໄດ້​ນະມັດສະການ​ພຣະອົງ​ຕາມ​ທີ່​ສົມຄວນ.”


ພວກເລວີ​ໄດ້​ໃຊ້​ໄມ້​ຄານຫາມ​ຫີບ​ຂອງ​ພຣະເຈົ້າ​ແບກ​ໃສ່​ບ່າ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ.


ແລ້ວ​ໄຟ​ຈາກ​ພຣະເຈົ້າຢາເວ​ກໍ​ໄດ້ລົງ​ມາ​ເຜົາຜານ 250 ຄົນ ຄື​ຜູ້​ທີ່​ໄດ້​ເຜົາ​ເຄື່ອງຫອມ​ມາ​ຖວາຍ​ນັ້ນ.


ເມື່ອ​ເຖິງ​ເວລາ​ຍົກຍ້າຍ​ຄ້າຍພັກ ໃຫ້​ຄົນ​ໃນ​ຕະກຸນ​ໂກຮາດ​ຫາມ​ເຄື່ອງ​ອັນ​ບໍຣິສຸດ​ເຫຼົ່ານີ້​ໄປ ຫລັງຈາກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ປົກຄຸມ​ຫຸ້ມຫໍ່​ແລ້ວ. ຄົນ​ໃນ​ຕະກຸນ​ໂກຮາດ​ບໍ່​ຕ້ອງ​ແຕະຕ້ອງ​ເຄື່ອງໃຊ້​ອັນ​ບໍຣິສຸດ​ນີ້​ເດັດຂາດ ຖ້າ​ແຕະຕ້ອງ ພວກເຂົາ​ຈະ​ຕ້ອງ​ຕາຍ. ເມື່ອ​ຍົກຍ້າຍ​ຫໍເຕັນ​ບ່ອນ​ຊຸມນຸມ​ເທື່ອໃດ ຄົນ​ໃນ​ຕະກຸນ​ໂກຮາດ​ຈະ​ຕ້ອງ​ຮັບ​ໜ້າທີ່​ດັ່ງ​ກ່າວ​ນີ້​ທຸກ​ຄັ້ງ.


ໂຢຊວຍ​ໄດ້​ເອີ້ນ​ພວກ​ປະໂຣຫິດ​ມາ ແລະ​ບອກ​ວ່າ, “ຈົ່ງ​ຫາມ​ຫີບ​ພັນທະສັນຍາ ແລະ​ໃຫ້​ເຈັດ​ຄົນ​ໃນ​ພວກເຈົ້າ ຖື​ແກ​ຍ່າງ​ໄປ​ກ່ອນ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.”


ພຣະເຈົ້າຢາເວ​ໄດ້​ຂ້າ​ຊາວ​ເມືອງ​ເບັດເຊເມດ​ເຈັດສິບ​ຄົນ ຍ້ອນ​ພວກເຂົາ​ຊ່ອງເບິ່ງ​ຫີບ​ຂອງ​ພຣະເຈົ້າຢາເວ. ປະຊາຊົນ​ໄດ້​ໄວ້ທຸກ​ໃຫ້ ເພາະ​ພຣະເຈົ້າຢາເວ​ໄດ້​ໃຫ້​ເກີດ​ການ​ເຂັ່ນຂ້າ​ເປັນ​ໝູ່​ຢ່າງໜັກ​ໃນ​ທ່າມກາງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka