1 ຂ່າວຄາວ 13:1 - ພຣະຄຳພີສັກສິ1 ກະສັດດາວິດໄດ້ປຶກສາກັບນາຍທະຫານ ທີ່ບັນຊາການກອງພັນແລະກອງຮ້ອຍທຸກຄົນ. Uka jalj uñjjattʼäta |
ແມ່ນແຕ່ຈາກທີ່ໄກອອກໄປທາງເໜືອຂອງບັນດາເຜົ່າອິດຊາຄາ, ເຊບູໂລນ ແລະເນັບທາລີ, ປະຊາຊົນກໍໃຊ້ລໍ, ອູດ, ລາ ແລະງົວ ຕ່າງອາຫານມາຊ່ວຍ ເຊັ່ນ: ແປ້ງເຂົ້າ, ໝາກເດື່ອ, ໝາກອະງຸ່ນ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ. ພວກເຂົາໄດ້ນຳງົວແລະແກະມາຂ້າກິນດ້ວຍ. ທັງໝົດນີ້ແມ່ນການສະແດງອອກເຖິງຄວາມຊົມຊື່ນຍິນດີນຳກັນທົ່ວທັງປະເທດ.
ແລ້ວເພິ່ນກໍປະກາດຕໍ່ປະຊາຊົນອິດສະຣາເອນທັງໝົດວ່າ, “ຖ້າພວກທ່ານເຫັນດີ ແລະເປັນຄວາມປະສົງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ກໍໃຫ້ພວກເຮົາໃຊ້ຄົນນຳຂ່າວເຫຼົ່ານີ້ອອກໄປບອກພີ່ນ້ອງຮ່ວມຊາດຂອງພວກເຮົາ ລວມກັບພວກປະໂຣຫິດແລະພວກເລວີໃນເມືອງຂອງພວກເຂົາ ໃຫ້ມາເຕົ້າໂຮມກັນທີ່ນີ້ກັບພວກເຮົາ.