1 ຂ່າວຄາວ 12:8 - ພຣະຄຳພີສັກສິ8 ຄົນເຫຼົ່ານີ້ແມ່ນທະຫານ ທີ່ມີຊື່ສຽງແລະຊຳນິຊຳນານໃນການຮົບຈາກເຜົ່າກາດ ທີ່ໄດ້ເຂົ້າຮ່ວມກັບທະຫານຂອງດາວິດ ເມື່ອເພິ່ນຢູ່ໃນປ້ອມທີ່ຖິ່ນແຫ້ງແລ້ງກັນດານ. ພວກເຂົາເກັ່ງກ້າແລະຊ່ຽວຊານໃນການໃຊ້ໂລ້ແລະຫອກ ເບິ່ງໂຫດຮ້າຍເໝືອນສິງ ແລະວ່ອງໄວເໝືອນກວາງທີ່ເທິງພູເຂົາ. Uka jalj uñjjattʼäta |
ກະສັດອາມາຊີຢາໄດ້ເກນເອົາຜູ້ຊາຍທັງໝົດຈາກເຜົ່າຢູດາແລະເຜົ່າເບັນຢາມິນເຂົ້າເປັນທະຫານໃນກອງທັບ ຕາມຕະກຸນຂອງພວກເຂົາ ແລະຕັ້ງນາຍທະຫານບັນຊາການປະຈຳກອງພັນແລະກອງຮ້ອຍ. ການເກນນີ້ໄດ້ລວມເອົາຜູ້ຊາຍທັງໝົດ ຕັ້ງແຕ່ອາຍຸຊາວປີຂຶ້ນໄປ ຊຶ່ງລວມແລ້ວມີສາມແສນຄົນ. ພວກເຂົາເປັນທະຫານທີ່ໄດ້ຖືກຄັດເລືອກເອົາສະເພາະໃຫ້ຕຽມພ້ອມເພື່ອສູ້ຮົບ ແລະຊຳນິຊຳນານໃນການໃຊ້ຫອກແລະໃຊ້ໂລ້.