Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 12:2 - ພຣະຄຳພີສັກສິ

2 ພວກເຂົາ​ແມ່ນ​ສະມາຊິກ​ໃນ​ເຜົ່າ​ເບັນຢາມິນ ເຜົ່າ​ດຽວກັນ​ກັບ​ກະສັດ​ໂຊນ ໄດ້​ມາ​ຮ່ວມ​ກັບ​ດາວິດ. ພວກເຂົາ​ສາມາດ​ໃຊ້​ແຂນ​ຊ້າຍ​ຫລື​ແຂນ​ຂວາ ຍິງ​ທະນູ​ຫລື​ແກວ່ງ​ກ້ອນຫີນ​ໄດ້.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 12:2
7 Jak'a apnaqawi uñst'ayäwi  

ຈາກ​ເຜົ່າ​ເບັນຢາມິນ (ເຜົ່າ​ຂອງ​ກະສັດ​ໂຊນ​ເອງ): ສາມພັນ​ຄົນ (ຄົນ​ສ່ວນ​ຫລາຍ​ໃນ​ເຜົ່າ​ເບັນຢາມິນ​ຍັງ​ຈົງຮັກ​ພັກດີ​ຕໍ່​ກະສັດ​ໂຊນ​ຢູ່);


ພວກເຂົາ​ຢູ່​ພາຍໃຕ້​ການ​ບັງຄັບ​ບັນຊາ​ຂອງ​ອາຮີເອເຊ​ແລະ​ໂຢອາດ ລູກຊາຍ​ຂອງ​ເຊມາຢາ​ຈາກ​ເມືອງ​ກີເບອາ. ຄົນ​ເຫຼົ່ານີ້​ລ້ວນແຕ່​ເປັນ​ທະຫານ​ທັງ​ນັ້ນ ມີ​ດັ່ງນີ້: ເຢຊີເອນ​ແລະ​ເປເລດ ລູກຊາຍ​ຂອງ​ອາຊະມາເວດ ເບຣາກາ​ແລະ​ເຢຮູ ຊາວ​ອານາທົດ


ລູກຊາຍ​ຂອງ​ອູລາມ​ເປັນ​ນັກຮົບ​ທີ່​ເກັ່ງກ້າ​ແລະ​ນັກຍິງທະນູ. ລາວ​ມີ​ລູກຊາຍ​ແລະ​ຫລານຊາຍ​ທັງໝົດ​ໜຶ່ງຮ້ອຍ​ຫ້າສິບ​ຄົນ. ຊື່​ທັງໝົດ​ທີ່​ມີ​ຢູ່​ຂ້າງ​ເທິງ​ນັ້ນ​ແມ່ນ​ບັນດາ​ລູກ​ຫຼານ​ຂອງ​ເຜົ່າ​ເບັນຢາມິນ.


ພວກ​ເອຟຣາອິມ​ທີ່​ຖື​ອາວຸດ ໜ້າ​ແລະ​ທະນູ ຕ່າງ​ກໍໄດ້​ແລ່ນ​ປົບໜີໄປ​ຈາກ​ສະໜາມຮົບ.


ແລ້ວ​ຊາວ​ອິດສະຣາເອນ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ອີກ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ຊາຍ​ຄົນ​ໜຶ່ງ​ມາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ. ຊາຍ​ຄົນ​ນີ້​ແມ່ນ​ເອຮຸດ ຄົນ​ແຮງ​ກໍ້າ​ຊ້າຍ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເກຣາ​ຈາກ​ເຜົ່າ​ເບັນຢາມິນ. ປະຊາຊົນ​ອິດສະຣາເອນ​ໄດ້​ໃຊ້​ເອຮຸດ​ນຳ​ເອົາ​ຂອງຂວັນ ໄປ​ມອບ​ໃຫ້​ກະສັດ​ເອກໂລນ​ແຫ່ງ​ໂມອາບ.


ດາວິດ​ຈົກ​ເອົາ​ກ້ອນຫີນ​ໃນ​ຖົງ​ອອກ​ມາ​ຍິງ​ໃສ່​ໂກລີອາດ. ກ້ອນຫີນ​ນັ້ນ​ໄປ​ຖືກ​ໜ້າຜາກ​ຂອງ​ລາວ​ຈົນ​ເຮັດ​ໃຫ້​ກະໂຫລກ​ຫົວ​ແຕກ ແລະ​ໂກລີອາດ​ກໍ​ລົ້ມ​ຂວໍ້າໜ້າ​ລົງ​ກັບ​ພື້ນດິນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka