9 ກະສັດດາວິດມີອຳນາດເຂັ້ມແຂງຍິ່ງໆຂຶ້ນ ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສະຖິດຢູ່ກັບເພິ່ນ.
ການຕໍ່ສູ້ກັນລະຫວ່າງຝ່າຍສະໜັບສະໜູນຄອບຄົວຂອງກະສັດໂຊນ ແລະຝ່າຍສະໜັບສະໜູນຄອບຄົວຂອງກະສັດດາວິດ ໄດ້ດຳເນີນໄປເປັນເວລານານ. ໃນຂະນະທີ່ກະສັດດາວິດເຂັ້ມແຂງຂຶ້ນນັ້ນ ຝ່າຍຄູ່ແຂ່ງຂອງເພິ່ນກໍອ່ອນກຳລັງລົງ.
ເພິ່ນມີອຳນາດເຂັ້ມແຂງຂຶ້ນຕະຫລອດມາ ເພາະພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ສະຖິດຢູ່ກັບເພິ່ນ.
ເພິ່ນໄດ້ສ້າງເມືອງຂຶ້ນໃໝ່ໂດຍເລີ່ມຕົ້ນແຕ່ປ້ອມທີ່ມີຊື່ວ່າ ມິນໂລ ທາງທິດຕາເວັນອອກຂອງເນີນພູ ແລະໂຢອາບໄດ້ສ້ອມແປງສ່ວນທີ່ເຫຼືອຂອງເມືອງ.
ຟີເນຮາ ລູກຊາຍຂອງເອເລອາຊາໄດ້ເຄີຍປົກຄອງພວກເຂົາມາຄັ້ງໜຶ່ງ. ຂໍໃຫ້ພຣະເຈົ້າຢາເວສະຖິດຢູ່ນຳລາວດ້ວຍ.
ບັດນີ້ ກໍເປັນທີ່ຮູ້ຈັກກັນດີທົ່ວທັງອານາຈັກແລ້ວວ່າ ມໍເດໄກມີອຳນາດໃນຣາຊວັງ ແລະມີອຳນາດຫລາຍຂຶ້ນເລື້ອຍໆ.
ຂໍໃຫ້ຄົນຊອບທຳນັ້ນມີຄວາມອົດທົນດົນນານ ຂໍໃຫ້ຜູ້ທີ່ມືສະອາດດີ ມີໃຈເຂັ້ມແຂງເຖິງສອງເທົ່າ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຢູ່ກັບພວກຂ້ານ້ອຍ ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກຂ້ານ້ອຍ.
ເພາະເຮົາຢູ່ກັບພວກເຈົ້າ ສະນັ້ນ ຢ່າສູ່ຢ້ານກົວ ຢ່າສູ່ຢ້ານສິ່ງໃດໆ ເຮົາຄືພຣະເຈົ້າຂອງພວກເຈົ້າ ເຮົາຈະຊ່ວຍເຫຼືອໃຫ້ພວກເຈົ້າໄດ້ເຂັ້ມແຂງ ເຮົາຈະປົກປັກຮັກສາຊ່ວຍພວກເຈົ້າໃຫ້ພົ້ນ.
ພຣະເຈົ້າກ່າວວ່າ, “ອິດສະຣາເອນເອີຍ ຢ່າຢ້ານ. ເຖິງແມ່ນພວກເຈົ້າໜ້ອຍທັງອ່ອນແຮງເຮົາກໍຈະຊ່ວຍເຈົ້າ. ພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນ ຄືຜູ້ທີ່ຊົງໄຖ່ພວກເຈົ້າໃຫ້ພົ້ນ.
ພຣະຣາຊອຳນາດຈະເພີ່ມຂຶ້ນຢູ່ສະເໝີ ພຣະຣາຊອານາຈັກຈະມີສັນຕິສຸກໄປເລື້ອຍໆ. ພຣະອົງຈະຂຶ້ນປົກຄອງສືບຕໍ່ດາວິດຜູ້ເປັນກະສັດ ທີ່ອຳນາດຫລັກຄືຄວາມຍຸດຕິທຳແລະຖືກຕ້ອງ ເລີ່ມຕັ້ງແຕ່ບັດນີ້ຈົນເຖິງເທົ່າອະວະສານ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕັ້ງໃຈເຮັດທຸກສິ່ງນີ້.
ຖ້າເປັນຢ່າງນັ້ນ ເຮົາທັງຫລາຍຈະວ່າຢ່າງໃດ? ຖ້າພຣະເຈົ້າຢູ່ຝ່າຍພວກເຮົາ ຜູ້ໃດຈະຕໍ່ສູ້ພວກເຮົາໄດ້?