1 ຂ່າວຄາວ 11:8 - ພຣະຄຳພີສັກສິ8 ເພິ່ນໄດ້ສ້າງເມືອງຂຶ້ນໃໝ່ໂດຍເລີ່ມຕົ້ນແຕ່ປ້ອມທີ່ມີຊື່ວ່າ ມິນໂລ ທາງທິດຕາເວັນອອກຂອງເນີນພູ ແລະໂຢອາບໄດ້ສ້ອມແປງສ່ວນທີ່ເຫຼືອຂອງເມືອງ. Uka jalj uñjjattʼäta |
ບັນດາຂ້າຣາຊການຂອງກະສັດໄດ້ວາງແຜນກະບົດຕໍ່ເພິ່ນ ແລ້ວມີສອງຄົນໃນພວກເຂົາ ຄືໂຢຊາການລູກຊາຍຂອງຊີເມອາດ ແລະເຢໂຮຊາບັດລູກຊາຍຂອງໂຊເມ ໄດ້ຂ້າກະສັດໂຢອາດຢູ່ໃນວັງ ທີ່ຖືກສ້າງຂຶ້ນໃນດິນແດນທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ຕາມເສັ້ນທາງໄປເມືອງສິນລາ. ຊາກສົບຂອງກະສັດໂຢອາດໄດ້ຖືກຝັງໄວ້ທີ່ອຸບມຸງແຫ່ງກະສັດ ໃນເມືອງຂອງດາວິດ. ແລ້ວເຈົ້າອາມາຊີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
ລາວເວົ້າຕໍ່ໜ້າໝູ່ເພື່ອນ ແລະທະຫານຊາວຊາມາເຣຍວ່າ, “ຊາວຢິວທີ່ໜ້າສົມເພດເວດທະນາພວກນີ້ ຄິດຢ່າງໃດຈຶ່ງເຮັດເຊັ່ນນີ້? ພວກເຂົາຕັ້ງໃຈຈະສ້າງເມືອງຂຶ້ນໃໝ່ຊັ້ນບໍ? ພວກເຂົາຄິດວ່າ ການນຳເຄື່ອງມາເຜົາບູຊານັ້ນ ຈະພາໃຫ້ພວກເຂົາເຮັດວຽກແລ້ວໃນມື້ດຽວຊັ້ນບໍ? ພວກເຂົາຈະເອົາເສດຫີນກຳແພງແຕກກໍ່ສ້າງຂຶ້ນໃໝ່ໄດ້ຊັ້ນບໍ?”