Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 11:6 - ພຣະຄຳພີສັກສິ

6 ດາວິດ​ໄດ້​ເວົ້າ​ວ່າ, “ຜູ້​ທຳອິດ​ທີ່​ຂ້າ​ຄົນ​ເຢບຸດ ຈະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ” ສະນັ້ນ ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ຈຶ່ງ​ເປັນ​ຜູ້​ນຳພາ​ບຸກໂຈມຕີ​ເມືອງ​ນີ້ ແລະ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 11:6
13 Jak'a apnaqawi uñst'ayäwi  

ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ​ຂອງ​ກະສັດ​ດາວິດ​ໄດ້​ໄປ​ພົບ​ພວກເຂົາ​ທີ່​ສະນໍ້າ​ກີເບໂອນ ບ່ອນ​ທີ່​ຕ່າງ​ຝ່າຍ​ຕ່າງ​ກໍ​ຕັ້ງ​ທ່າ​ຢູ່​ຟາກ​ສະນໍ້າ​ແຕ່ລະ​ເບື້ອງ.


ລູກຊາຍ​ສາມ​ຄົນ​ຂອງ​ນາງ​ເຊຣູອີຢາ: ໂຢອາບ, ອາບີໄຊ ແລະ​ອາສາເຮນ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ. ສ່ວນ​ອາສາເຮນ​ຜູ້​ແລ່ນ​ໄວ​ເໝືອນ​ຟານ​ປ່າ​ນັ້ນ


ໂຢອາບ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ. ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຜູ້​ບັນຊາການ​ທະຫານ​ຊາວ​ເກເຣັດ​ແລະ​ຊາວ​ເປເລັດ.


ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ເປັນ​ຜູ້​ບັນຊາການ​ກອງທັບ; ສ່ວນ​ເຢໂຮຊາຟັດ​ລູກຊາຍ​ຂອງ​ອາຮີລຸດ ເປັນ​ຜູ້​ບັນທຶກ;


ລາວ​ໄດ້​ປຶກສາ​ກັບ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ​ກັບ​ປະໂຣຫິດ​ອາບີອາທາ ແລະ​ທັງສອງ​ຄົນ​ນີ້​ໄດ້​ຕົກລົງ​ຮ່ວມມື​ກັບ​ລາວ.


ຊາວ​ເຢບຸດ​ທ້າທາຍ​ດາວິດ​ວ່າ ເພິ່ນ​ຈະ​ບຸກ​ເຂົ້າ​ໄປ​ຢຶດເອົາ​ເມືອງ​ນີ້​ບໍ່ໄດ້​ຈັກເທື່ອ; ແຕ່​ດາວິດ​ໄດ້​ຢຶດ​ປ້ອມ​ເມືອງ​ຊີໂອນ ແລະ​ປ້ອມ​ນີ້​ຈຶ່ງ​ຖືກ​ປ່ຽນ​ຊື່​ມາ​ເປັນ “ເມືອງ​ຂອງ​ດາວິດ.”


ເພາະ​ກະສັດ​ດາວິດ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ປ້ອມ​ນີ້; ສະນັ້ນ ທີ່​ນັ້ນ​ຈຶ່ງ​ມີ​ຊື່​ວ່າ, “ເມືອງ​ຂອງ​ດາວິດ.”


ໂຢອາບ ອ້າຍ​ຂອງ​ອາບີໄຊ​ເປັນ​ຜູ້​ບັນຊາການ​ທະຫານ; ເຢໂຮຊາຟັດ ລູກຊາຍ​ຂອງ​ອາຮີລຸດ​ເປັນ​ຜູ້​ຮັບຜິດຊອບ​ບັນທຶກ;


ຫລັງຈາກ​ອາຮີໂຕເຟນ​ໄດ້​ຕາຍໄປ​ແລ້ວ ເຢໂຮຍອາດາ​ລູກຊາຍ​ຂອງ​ເບນາອີຢາ ແລະ​ອາບີອາທາ​ກໍໄດ້​ຂຶ້ນ​ເປັນ​ທີ່ປຶກສາ​ແທນ. ສ່ວນ​ໂຢອາບ​ນັ້ນ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ​ສູງສຸດ.


ຜູ້ໃດ​ຈະ​ນຳພາ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ? ຜູ້ໃດ​ຈະ​ພາ​ໄປ​ທີ່​ເອໂດມ​ພຸ້ນ?


ພວກເຂົາ​ເວົ້າ​ກັນ​ວ່າ, “ເບິ່ງ​ມັນ​ພຸ້ນ​ດູ! ຟັງ​ມັນ​ເວົ້າ​ຫັ້ນ​ແມ ກະສັດ​ໂຊນ​ສັນຍາ​ວ່າ​ຈະ​ໃຫ້​ບຳເໜັດ​ແກ່​ຊາຍ​ຜູ້​ທີ່​ຂ້າ​ມັນ​ໄດ້; ກະສັດ​ຈະ​ໃຫ້​ລາວ​ແຕ່ງງານ​ກັບ​ລູກສາວ​ຂອງ​ເພິ່ນ ພ້ອມ​ທັງ​ໃຫ້​ຄອບຄົວ​ຂອງ​ພໍ່​ລາວ​ຍົກເວັ້ນ​ຈາກ​ການ​ເສຍສ່ວຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka