4 ກະສັດດາວິດພ້ອມດ້ວຍຊາວອິດສະຣາເອນໄດ້ໄປໂຈມຕີນະຄອນເຢຣູຊາເລັມ. ໃນສະໄໝນັ້ນນະຄອນເຢຣູຊາເລັມມີຊື່ວ່າ ເຢບູ; ແລະຊາວເຢບຸດປະຊາຊົນພື້ນເມືອງຂອງດິນແດນນີ້ຍັງໄດ້ອາໄສຢູ່ທີ່ນັ້ນ.
ການາອານຍັງເປັນບັນພະບຸລຸດຂອງຊາວເຢບຸດ, ອາໂມ, ກີກາຊີ,
ອາໂມ, ການາອານ, ກີກາຊີ ແລະເຢບຸດ.”
ຊາວເຢບຸດທ້າທາຍດາວິດວ່າ ເພິ່ນຈະບຸກເຂົ້າໄປຢຶດເອົາເມືອງນີ້ບໍ່ໄດ້ຈັກເທື່ອ; ແຕ່ດາວິດໄດ້ຢຶດປ້ອມເມືອງຊີໂອນ ແລະປ້ອມນີ້ຈຶ່ງຖືກປ່ຽນຊື່ມາເປັນ “ເມືອງຂອງດາວິດ.”
ເຮົາຕັດສິນໃຈແລ້ວວ່າ ຈະນຳພວກເຈົ້າອອກໄປຈາກປະເທດເອຢິບ ບ່ອນທີ່ພວກເຈົ້າທົນທຸກຢູ່ນີ້ ແລະເຮົາຈະນຳພາພວກເຈົ້າເຂົ້າໄປສູ່ດິນແດນທີ່ອຸດົມສົມບູນ ແລະຮັ່ງມີຄື: ດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.’
ແຕ່ປະຊາຊົນຢູດາບໍ່ສາມາດຂັບໄລ່ພວກເຢບຸດ ຊຶ່ງອາໄສຢູ່ນະຄອນເຢຣູຊາເລັມອອກໄປໄດ້. ພວກເຢບຸດຈຶ່ງຍັງອາໄສຢູ່ໃນທີ່ນັ້ນກັບປະຊາຊົນຢູດາຈົນເຖິງທຸກວັນນີ້.
ແລະຜ່ານຂຶ້ນໄປທາງຮ່ອມພູຮິນໂນມທາງເບື້ອງໃຕ້ຂອງເນີນພູ ບ່ອນທີ່ເຢຣູຊາເລັມເມືອງຂອງຊາວເຢບຸດໄດ້ຕັ້ງຢູ່. ແລ້ວຊາຍແດນນີ້ກໍເລີຍຂຶ້ນໄປຈົນເຖິງຍອດພູ ທາງທິດຕາເວັນຕົກຂອງຮ່ອມພູຮິນໂນມ ທີ່ສົ້ນເໜືອສຸດຂອງຮ່ອມພູເຣຟາອິມ.
ເຊລາ, ຮາເອເລັບ, ເຢບູ (ເມືອງເຢຣູຊາເລັມ), ກີເບອາ ແລະກີຣີອາດເຢອາຣີມ. ລວມທັງໝົດມີ 14 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. ນີ້ແມ່ນດິນແດນທີ່ຄອບຄົວຕ່າງໆໃນເຜົ່າເບັນຢາມິນ ໄດ້ຮັບເປັນກຳມະສິດຂອງພວກເຂົາ.
ແຕ່ປະຊາຊົນໃນເຜົ່າເບັນຢາມິນບໍ່ໄດ້ຂັບໄລ່ຊາວເຢບຸດ ທີ່ຢູ່ໃນເມືອງເຢຣູຊາເລັມອອກໜີໄປ; ສະນັ້ນ ຊາວເຢບຸດຈຶ່ງຢູ່ຮ່ວມກັບຊາວເບັນຢາມິນ ຈົນເຖິງເທົ່າທຸກວັນນີ້.