Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 11:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ມາ​ຫາ​ກະສັດ​ດາວິດ​ທີ່​ເຮັບໂຣນ. ເພິ່ນ​ໄດ້​ເຮັດ​ສັນຍາ​ເປັນ​ພັນທະມິດ​ກັບ​ພວກເຂົາ​ທີ່​ເຮັບໂຣນ​ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເພິ່ນ ແລະ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຊາມູເອນ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 11:3
15 Jak'a apnaqawi uñst'ayäwi  

ຕໍ່ມາ ຊາວ​ຢູດາ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ຂອງ​ພວກ​ຕົນ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ, ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້​ຝັງ​ຊາກສົບ​ຂອງ​ໂຊນ​ແລ້ວ,


ດັ່ງນັ້ນ ເມື່ອ​ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມາ​ຫາ​ກະສັດ​ດາວິດ​ທີ່​ເມືອງ​ເຮັບໂຣນ​ນັ້ນ ເພິ່ນ​ຈຶ່ງ​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ; ແລ້ວ​ພວກ​ຜູ້ນຳ​ກໍ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ.


ເພິ່ນ​ໄດ້​ປົກຄອງ​ອານາຈັກ​ຢູດາຍ​ຢູ່​ທີ່​ເມືອງ​ເຮັບໂຣນ​ເປັນ​ເວລາ​ເຈັດ​ປີ​ກັບ​ຫົກ​ເດືອນ ແລະ​ປົກຄອງ​ອານາຈັກ​ອິດສະຣາເອນ ແລະ​ຢູດາຍ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມສິບສາມ​ປີ.


ປະໂຣຫິດ​ເຢໂຮຍອາດາ​ໄດ້​ໃຫ້​ກະສັດ​ໂຢອາດ​ແລະ​ປະຊາຊົນ​ເຮັດ​ພັນທະສັນຍາ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກຕົນ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ຍັງ​ໄດ້​ເຮັດ​ພັນທະສັນຍາ​ລະຫວ່າງ​ກະສັດ​ແລະ​ປະຊາຊົນ.


ພວກ​ຂ້າຣາຊການ​ຈຶ່ງ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ເພິ່ນ​ໃສ່​ລົດມ້າ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຝັງ​ໄວ້​ໃນ​ບ່ອນ​ຝັງສົບ​ຂອງ​ກະສັດ. ແລ້ວ​ຊາວ​ຢູດາ​ກໍ​ເລືອກ​ເອົາ​ເຢໂຮອາຮາດ​ລູກຊາຍ​ຂອງ​ເພິ່ນ ແລະ​ຫົດສົງ​ແຕ່ງຕັ້ງ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ຕໍ່ໄປນີ້​ແມ່ນ​ລາຍຊື່​ທະຫານ​ຜູ້​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ. ໂດຍ​ຮ່ວມ​ກັບ​ປະຊາຊົນ​ອິດສະຣາເອນ​ສ່ວນ​ອື່ນໆ ທະຫານ​ເຫຼົ່ານີ້​ໄດ້​ຊ່ວຍ​ດາວິດ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາໄວ້​ໂດຍ​ຊາວ​ອິດສະຣາເອນ; ແລະ​ພວກເຂົາ​ຍັງ​ໄດ້​ຊ່ວຍ​ຮັກສາ​ໃຫ້​ອານາຈັກ​ຂອງ​ເພິ່ນ​ໝັ້ນຄົງ​ດ້ວຍ.


ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເຮັດ​ພັນທະສັນຍາ​ກັບ​ໂຢອາດ​ລູກຊາຍ​ຂອງ​ກະສັດ. ເຢໂຮຍອາດາ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ນີ້​ເປັນ​ລູກຊາຍ​ຂອງ​ກະສັດ​ຄົນ​ທີ່​ຜ່ານ​ມາ​ແລ້ວ. ບັດນີ້ ລາວ​ຈະ​ຕ້ອງ​ຂຶ້ນ​ເປັນ​ກະສັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ວ່າ ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ຕ້ອງ​ເປັນ​ດັ່ງນັ້ນ.


ດັ່ງນັ້ນ ເຢັບທາ​ຈຶ່ງ​ຄືນ​ເມືອ​ກັບ​ພວກ​ຜູ້ນຳ​ຊາວ​ກີເລອາດ ແລະ​ປະຊາຊົນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ນາຍ​ແລະ​ເປັນ​ຜູ້ນຳ​ຂອງ​ພວກເຂົາ. ຝ່າຍ​ເຢັບທາ​ກໍ​ກ່າວ​ປະຕິຍານ​ທີ່​ມີຊະປາ ຊ້ອງໜ້າ​ພຣະເຈົ້າຢາເວ.


ດັ່ງນັ້ນ ພວກເຂົາ​ທັງໝົດ​ຈຶ່ງ​ພາກັນ​ໄປ​ທີ່​ເມືອງ​ກິນການ. ແລະ​ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ພວກເຂົາ​ໄດ້​ປະກາດ​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ໂຊນ​ພ້ອມ​ກັບ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ໄດ້​ສະຫລອງ​ຢ່າງ​ຍິ່ງໃຫຍ່​ໃນ​ທີ່​ນັ້ນ.


ຊາມູເອນ​ກ່າວ​ແກ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ຈີກ​ອານາຈັກ​ອິດສະຣາເອນ​ອອກ​ຈາກ​ເຈົ້າ​ໃນ​ມື້ນີ້ ແລະ​ພຣະອົງ​ຈະ​ມອບ​ໃຫ້​ແກ່​ຄົນອື່ນ​ທີ່​ດີກວ່າ​ເຈົ້າ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”


ໃຫ້​ເຈົ້າ​ເຊີນ​ເຢຊີ​ມາ​ຮ່ວມ​ໃນ​ການ​ຖວາຍ​ນັ້ນ​ດ້ວຍ ແລ້ວ​ເຮົາ​ຈະ​ບອກ​ເຈົ້າ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ​ໃນ​ຂັ້ນ​ຕໍ່ໄປ. ເຈົ້າ​ຈະ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ຊາຍ​ຜູ້ໜຶ່ງ ທີ່​ເຮົາ​ບອກ​ເຈົ້າ​ວ່າ​ຈະ​ເປັນ​ກະສັດ.”


ທັງສອງ​ໄດ້​ເຮັດ​ພັນທະສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ດາວິດ​ຍັງ​ອາໄສ​ຢູ່​ທີ່​ໂຮເຣັດ ສ່ວນ​ໂຢນາທານ​ນັ້ນ​ໄດ້​ຄືນ​ເມືອ​ເຮືອນ​ຂອງຕົນ.


ພຣະເຈົ້າຢາເວ​ປະຕິບັດ​ຕໍ່​ເຈົ້າ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ຜ່ານ​ທາງ​ຂ້ອຍ ພຣະເຈົ້າຢາເວ​ໄດ້​ຍົກ​ເອົາ​ອານາຈັກ​ໄປ​ຈາກ​ເຈົ້າ ແລະ​ມອບ​ໃຫ້​ແກ່​ເພື່ອນບ້ານ​ຂອງ​ເຈົ້າ ຄື​ດາວິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka