Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 11:2 - ພຣະຄຳພີສັກສິ

2 ໃນ​ອະດີດ​ທີ່​ຜ່ານ​ມາ ເຖິງ​ແມ່ນ​ໂຊນ​ຍັງ​ເປັນ​ກະສັດ​ຢູ່ ເພິ່ນ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ້ຮົບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ສັນຍາ​ກັບ​ເພິ່ນ​ໃຫ້​ນຳພາ​ປະຊາຊົນ​ຂອງ​ພຣະອົງ ແລະ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ.”

Uka jalj uñjjattʼäta Copia luraña




1 ຂ່າວຄາວ 11:2
16 Jak'a apnaqawi uñst'ayäwi  

ໃນ​ອະດີດ​ເມື່ອ​ກະສັດ​ໂຊນ​ຍັງ​ເປັນ​ກະສັດ​ຢູ່​ນັ້ນ ທ່ານ​ເອງ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ່​ສະໜາມຮົບ ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ທ່ານ​ວ່າ, ‘ທ່ານ​ຈະ​ເປັນ​ຜູ້ນຳ ແລະ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”’


ຕະຫລອດ​ເວລາ​ທີ່​ເຮົາ​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ​ນັ້ນ ເຮົາ​ບໍ່ໄດ້​ຖາມ​ພວກ​ຜູ້ປົກຄອງ ຄົນໃດ​ຄົນໜຶ່ງ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ​ນັ້ນ​ວ່າ ເຫດໃດ​ພວກເຂົາ​ຈຶ່ງ​ບໍ່​ສ້າງ​ພຣະວິຫານ​ດ້ວຍ​ໄມ້ແປກ​ໃຫ້​ເຮົາ​ຢູ່.’


ໃຫ້​ເຈົ້າ​ໄປ​ບອກ​ເຢໂຣໂບອາມ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ດັ່ງນີ້: ‘ເຮົາ​ໄດ້​ເລືອກເອົາ​ເຈົ້າ​ຈາກ​ທ່າມກາງ​ປະຊາຊົນ ແລະ​ເຮັດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ.


ສະນັ້ນ ຂໍ​ພຣະອົງ​ໂຜດ​ໃຫ້​ສະຕິປັນຍາ​ແກ່​ຂ້ານ້ອຍ ເພື່ອ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ​ຢ່າງ​ຍຸດຕິທຳ ແລະ​ເພື່ອ​ຈະ​ຮູ້ຈັກ​ຄວາມ​ແຕກຕ່າງ​ລະຫວ່າງ​ຄວາມດີ​ແລະ​ຄວາມຊົ່ວ. ຖ້າບໍ່​ດັ່ງນັ້ນ​ແລ້ວ ຂ້ານ້ອຍ​ຈະ​ປົກຄອງ​ປະຊາຊົນ​ທີ່​ສຳຄັນ​ຫລາຍ​ຂອງ​ພຣະອົງ​ນີ້​ໄດ້​ຢ່າງໃດ?”


ຄື​ບ່ອນ​ທີ່​ເພິ່ນ​ໄດ້​ເຝົ້າເບິ່ງ​ຝູງແກະ​ຂອງ​ເພິ່ນ ແລະ​ພຣະອົງ​ໄດ້​ຫົດສົງ​ຕັ້ງ​ເພິ່ນ​ໃຫ້​ເປັນ​ຜູ້ນຳ ຄື​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ເປັນ​ຜູ້​ລ້ຽງດູ​ປະຊາຊົນ​ຂອງ​ພຣະເຈົ້າ.


ພຣະອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ ພຣະອົງ​ຈະ​ເຕົ້າໂຮມ​ລູກແກະ​ທຸກ​ໂຕ​ໄວ້ ແລະ​ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະອົງ ຈະ​ນຳ​ລູກແກະ ແມ່ແກະ​ເຫຼົ່ານັ້ນ​ຢ່າງ​ອ່ອນໂຍນ.


ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ພວກ​ຜູ້ປົກຄອງ​ທີ່​ເຊື່ອຟັງ​ເຮົາ ແລະ​ເຂົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ ແລະ​ຄວາມ​ເຂົ້າໃຈ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ


ແລະ​ສາມາດ​ບັນຊາ​ພວກເຂົາ​ເຂົ້າ​ສູ້ຮົບ​ໄດ້ ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ເປັນ​ດັ່ງ​ຝູງແກະ​ທີ່​ຂາດ​ຜູ້​ລ້ຽງ.”


‘ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ກໍ​ບໍ່ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ​ຢູດາຍ ເພາະ​ຜູ້ນຳ​ຄົນ​ໜຶ່ງ​ຈະ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ມາ​ປົກຄອງ​ປະຊາຊົນ​ຂອງເຮົາ ຄື ຊາວ​ອິດສະຣາເອນ.”’


ເມື່ອ​ນຳ​ຝູງແກະ​ຂອງຕົນ ເພິ່ນ​ກໍ​ນຳ​ໜ້າ​ຝູງແກະ​ໄປ ແລະ​ຝູງແກະ​ກໍຕາມ​ເພິ່ນ​ໄປ ເພາະ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”


ຊາມູເອນ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ​ຕໍ່ໜ້າ​ພວກອ້າຍໆ​ຂອງ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ຄວບຄຸມ​ດາວິດ ແລະ​ສະຖິດ​ຢູ່​ກັບ​ລາວ​ນັບ​ຕັ້ງແຕ່​ມື້​ນັ້ນ​ມາ ຊາມູເອນ​ກໍ​ກັບຄືນ​ເມືອ​ບ້ານເມືອງ​ຂອງ​ຕົນ​ທີ່​ຣາມາ.


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ດາວິດ​ໜີ ໂດຍ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ບັນຊາການ​ທະຫານ​ໜຶ່ງພັນ​ຄົນ. ດາວິດ​ໄດ້​ນຳ​ໜ້າ​ທະຫານ​ຂອງຕົນ​ອອກ​ໄປ​ສູ່​ສະໜາມຮົບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka