16 ໃນເວລານັ້ນ ກະສັດດາວິດໄດ້ພັກຢູ່ໃນປ້ອມປ້ອງກັນທີ່ເທິງເນີນພູ ແລະພວກຟີລິດສະຕິນໝວດໜຶ່ງຢຶດເອົາເມືອງເບັດເລເຮັມໄດ້.
ເມື່ອພວກຟີລິດສະຕິນໄດ້ຍິນຂ່າວວ່າ, ດາວິດໄດ້ຮັບແຕ່ງຕັ້ງໃຫ້ເປັນກະສັດແຫ່ງຊາດອິດສະຣາເອນແລ້ວ ພວກເຂົາຈຶ່ງຍົກທັບມາເພື່ອຈະຈັບເອົາເພິ່ນ. ພໍກະສັດດາວິດໄດ້ຍິນຂ່າວນີ້ ເພິ່ນຈຶ່ງລົງໄປຢູ່ໃນປ້ອມປ້ອງກັນເມືອງ.
ກະສັດດາວິດຄິດຮອດບ້ານຈຶ່ງເວົ້າວ່າ, “ຜູ້ໃດໜໍຈະໄປເອົານໍ້າຈາກສ້າງທີ່ປະຕູເມືອງເບັດເລເຮັມມາໃຫ້ເຮົາດື່ມ!”
ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວ ດ້ວຍສຽງຄໍ່າຄວນ ແລະພາວັນນາອະທິຖານຂໍພຣະເຈົ້າຢາເວ ດ້ວຍສຽງປາກຂອງຂ້ານ້ອຍ.
ຕໍ່ຈາກນັ້ນ ເຈົ້າຈະໄປເຖິງເນີນພູຂອງພຣະເຈົ້າທີ່ເມືອງກີເບອາ ບ່ອນທີ່ພວກຟີລິດສະຕິນຕັ້ງຄ້າຍຢູ່. ທີ່ທາງເຂົ້າປະຕູເມືອງ ເຈົ້າຈະພົບຜູ້ທຳນວາຍກຸ່ມໜຶ່ງທີ່ກຳລັງດີດພິນ, ຕີກອງ ແລະເປົ່າຂຸ່ຍ ພວມລົງມາແຕ່ເນີນພູບ່ອນມີແທ່ນບູຊາ. ພວກເຂົາຈະຟ້ອນແລະຮ້ອງໂຮດ້ວຍສຽງດັງ.
ພວກຟີລິດສະຕິນໄດ້ສົ່ງທະຫານໝວດໜຶ່ງ ໄປທີ່ຊ່ອງແຄບມິກມາດເພື່ອປ້ອງກັນທີ່ນັ້ນໄວ້.
ເມື່ອຊາວອິດສະຣາເອນທັງໝົດໄດ້ຍິນຂ່າວວ່າ, ກະສັດໂຊນໄດ້ຂ້າຜູ້ບັນຊາການທະຫານຟີລິດສະຕິນ ແລະຊາວຟີລິດສະຕິນກໍກຽດຊັງພວກຕົນ. ສະນັ້ນ ພວກເຂົາຈຶ່ງຕອບສະໜອງຄຳຮຽກຮ້ອງ ເພື່ອເຂົ້າໄປສົມທົບກັບກະສັດໂຊນທີ່ເມືອງກິນການ.
ແລ້ວດາວິດກໍໄດ້ອອກຈາກເມືອງກາດໄປຢູ່ໃນຖໍ້າທີ່ໃກ້ກັບເມືອງອາດຸນລຳ. ເມື່ອພວກອ້າຍ ແລະພີ່ນ້ອງທັງຫລາຍໃນຄອບຄົວຂອງພໍ່ລາວໄດ້ຍິນວ່າລາວຢູ່ທີ່ນັ້ນ ພວກເຂົາຈຶ່ງພາກັນໄປສົມທົບກຳລັງກັບລາວ.
ແລ້ວດາວິດກໍໄດ້ພາພໍ່ແມ່ໄປປະໄວ້ກັບກະສັດແຫ່ງໂມອາບ. ພໍ່ແມ່ຂອງດາວິດໄດ້ອາໄສຢູ່ໃນທີ່ນັ້ນ ຕະຫລອດຊົ່ວເວລາທີ່ດາວິດຍັງລີ້ໄພຢູ່ໃນຖໍ້າ.
ແລ້ວຜູ້ທຳນວາຍທີ່ຊື່ວ່າກາດ ກໍໄດ້ມາຫາດາວິດແລະບອກເພິ່ນວ່າ, “ໃຫ້ໜີໄປຈາກດິນແດນຢູດາຍນີ້ສາ ຢ່າຢູ່ໃນບ່ອນນີ້ຕໍ່ໄປ.” ດັ່ງນັ້ນ ດາວິດຈຶ່ງໄດ້ໜີໄປຢູ່ປ່າເຮເຣັດ.
ກະສັດໂຊນກັບທະຫານຂອງເພິ່ນໄດ້ອອກໄປຊອກຫາດາວິດ ແຕ່ເພິ່ນຮູ້ເລື່ອງນີ້ກ່ອນ ຈຶ່ງໄດ້ປົບໜີໄປທີ່ເນີນພູຫີນ ໃນຖິ່ນແຫ້ງແລ້ງກັນດານມາໂອນ ແລະອາໄສຢູ່ໃນທີ່ນັ້ນ. ເມື່ອກະສັດໂຊນຮູ້ຂ່າວນີ້ ເພິ່ນກໍອອກຕາມລ່າດາວິດ.