1 ຂ່າວຄາວ 11:11 - ພຣະຄຳພີສັກສິ11 ຄົນທຳອິດແມ່ນຢາໂຊເບອາມລູກຊາຍຂອງຮັກໂມນ ຜູ້ທີ່ເປັນຫົວໜ້າ “ຈອມສາມທະຫານເອກ.” ລາວໃຊ້ຫອກສູ້ຮົບກັບສັດຕູສາມຮ້ອຍຄົນ ແລະໄດ້ຂ້າພວກເຂົາຖິ້ມໝົດໃນບັ້ນຮົບດຽວ. Uka jalj uñjjattʼäta |
ພຣະວິນຍານໄດ້ຄວບຄຸມອາມາໄສ ຊຶ່ງໃນເວລາຕໍ່ມາໄດ້ເປັນຜູ້ບັນຊາການຂອງ “ທະຫານເອກສາມສິບຄົນ.” ລາວໄດ້ຮ້ອງຕອບວ່າ, “ດາວິດລູກຊາຍຂອງເຢຊີເອີຍ ພວກເຮົາຢູ່ຝ່າຍທ່ານ ຂໍໃຫ້ທ່ານກັບຜູ້ຊ່ວຍຂອງທ່ານ ຈົ່ງມີສັນຕິສຸກ, ສັນຕິສຸກຢູ່ກັບທ່ານ ພຣະເຈົ້າຢູ່ຝ່າຍທ່ານແລ້ວ.” ແລ້ວດາວິດກໍຕ້ອນຮັບພວກເຂົາ ແລະເພິ່ນໄດ້ໃຫ້ພວກເຂົາເປັນນາຍທະຫານປະຈຳກອງທັບຂອງຕົນ.
ລາຍຊື່ດັ່ງຕໍ່ລົງໄປນີ້ແມ່ນບັນດາຜູ້ບັນຊາການຂອງແຕ່ລະເດືອນ ມີດັ່ງນີ້: ເດືອນທີໜຶ່ງ: ຢາໂຊເບອາມ ລູກຊາຍຂອງຊັບດີເອນ (ລາວເປັນສະມາຊິກຂອງຕະກຸນເປເຣັດ ຊຶ່ງເປັນສ່ວນໜຶ່ງຂອງເຜົ່າຢູດາ) ເດືອນທີສອງ: ໂດດາຍ ເຊື້ອສາຍຄົນໜຶ່ງຂອງອາໂຮ (ມິກໂລດເປັນຜູ້ຮອງ) ເດືອນທີສາມ: ເບນາອີຢາ ລູກຊາຍຂອງປະໂຣຫິດເຢໂຮຍອາດາ; ລາວໄດ້ເປັນຫົວໜ້າຂອງ “ທະຫານເອກສາມສິບຄົນ” (ອຳມີຊາບັດ ຜູ້ເປັນລູກຊາຍຂອງເບນາອີຢາ ໄດ້ຂຶ້ນເປັນຜູ້ບັນຊາການຂອງໝວດນີ້ແທນພໍ່ຂອງຕົນ) ເດືອນທີສີ່: ອາສາເຮນ ນ້ອງຊາຍຂອງໂຢອາບ (ເຊບາດີຢາຜູ້ເປັນລູກຊາຍໄດ້ຂຶ້ນແທນລາວ) ເດືອນທີຫ້າ: ຊາມຮູດ ເຊື້ອສາຍຜູ້ໜຶ່ງຂອງອີຊະຣາ ເດືອນທີຫົກ: ອີຣາ ລູກຊາຍຂອງອິກເກັດ ຊາວເມືອງເຕກົວ ເດືອນທີເຈັດ: ເຮເລດ ຊາວເອຟຣາອິມ ຈາກເມືອງເປໂລນ ເດືອນທີແປດ: ສິບເບກາຍ ຊາວຮູຊາ (ລາວເປັນສະມາຊິກຄົນໜຶ່ງໃນຕະກຸນເຊຣາ ຊຶ່ງເປັນສ່ວນໜຶ່ງຂອງເຜົ່າຢູດາ) ເດືອນທີເກົ້າ: ອາບີເອເຊ ຊາວເມືອງອານາທົດໃນເຂດແດນຂອງເຜົ່າເບັນຢາມິນ ເດືອນທີສິບ: ມະຫາໄຣ ຊາວເມືອງເນໂຕຟາ ລາວເປັນສະມາຊິກຄົນໜຶ່ງຂອງຕະກຸນເຊຣາ ເດືອນທີສິບເອັດ: ເບນາອີຢາ ຊາວເມືອງປີຣາໂທນໃນເຂດແດນຂອງເຜົ່າເອຟຣາອິມ ເດືອນທີສິບສອງ: ເຮນດາອີ ຊາວເມືອງເນໂຕຟາ (ລາວເປັນເຊື້ອສາຍຜູ້ໜຶ່ງຂອງໂອດນີເອນ)