Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 11:10 - ພຣະຄຳພີສັກສິ

10 ຕໍ່ໄປນີ້​ແມ່ນ​ລາຍຊື່​ທະຫານ​ຜູ້​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ. ໂດຍ​ຮ່ວມ​ກັບ​ປະຊາຊົນ​ອິດສະຣາເອນ​ສ່ວນ​ອື່ນໆ ທະຫານ​ເຫຼົ່ານີ້​ໄດ້​ຊ່ວຍ​ດາວິດ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາໄວ້​ໂດຍ​ຊາວ​ອິດສະຣາເອນ; ແລະ​ພວກເຂົາ​ຍັງ​ໄດ້​ຊ່ວຍ​ຮັກສາ​ໃຫ້​ອານາຈັກ​ຂອງ​ເພິ່ນ​ໝັ້ນຄົງ​ດ້ວຍ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 11:10
13 Jak'a apnaqawi uñst'ayäwi  

ອັບເນ​ບອກ​ດາວິດ​ວ່າ, “ບັດນີ້ ຂ້ານ້ອຍ​ຈະ​ຕ້ອງ​ໄປ​ຮວບຮວມ​ເອົາ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ໃຫ້​ທ່ານ. ພວກເຂົາ​ຈະ​ຍອມ​ຮັບ​ເອົາ​ທ່ານ​ໃຫ້​ເປັນ​ກະສັດ ແລະ​ທ່ານ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ທ່ານ​ໄດ້​ຕັ້ງໃຈ​ໄວ້​ນານ​ມາ​ແລ້ວ ແລະ​ຈະ​ໄດ້​ປົກຄອງ​ດິນແດນ​ທັງໝົດ.” ແລ້ວ​ດາວິດ​ກໍ​ຮັບຮອງ​ຄວາມ​ປອດໄພ​ໃຫ້​ແກ່​ອັບເນ ແລະ​ສົ່ງ​ລາວ​ກັບ​ເມືອ.


ດັ່ງນັ້ນ ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ມາ​ຫາ​ກະສັດ​ດາວິດ​ທີ່​ເຮັບໂຣນ. ເພິ່ນ​ໄດ້​ເຮັດ​ສັນຍາ​ເປັນ​ພັນທະມິດ​ກັບ​ພວກເຂົາ​ທີ່​ເຮັບໂຣນ​ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເພິ່ນ ແລະ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຊາມູເອນ.


ພວກເຂົາ​ໄດ້​ຮັບໃຊ້​ດາວິດ ໃນ​ຖານະ​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ເພິ່ນ ເພາະ​ພວກເຂົາ​ລ້ວນແຕ່​ເປັນ​ນາຍ​ທະຫານ​ທີ່​ເກັ່ງກ້າ. ຕໍ່ມາ ພວກເຂົາ​ໄດ້​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ອິດສະຣາເອນ.


ເມື່ອ​ດາວິດ​ຢູ່​ທີ່​ເຮັບໂຣນ​ນັ້ນ ມີ​ທະຫານ​ທີ່​ຮັບ​ການ​ຝຶກແອບ​ແລ້ວ​ຫລາຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງທັບ​ຂອງ​ເພິ່ນ ເພື່ອ​ຊ່ວຍ​ເພິ່ນ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ໂຊນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້. ຈຳນວນ​ທະຫານ​ຈາກ​ເຜົ່າ​ຕ່າງໆ ມີ​ດັ່ງນີ້:


ຈາກ​ເຜົ່າຢູດາ: ຫົກພັນ​ແປດຮ້ອຍ​ຄົນ ເປັນ​ທະຫານ​ທີ່​ໄດ້​ປະກອບ​ອາວຸດ​ຢ່າງດີ ມີ​ໂລ້​ແລະ​ຫອກ;


ພວກ​ທະຫານ​ທັງໝົດ​ເຫຼົ່ານີ້​ໄດ້​ໄປ​ທີ່​ເຮັບໂຣນ​ຕຽມພ້ອມ​ສູ້ຮົບ ເພື່ອ​ຕັ້ງໃຈ​ຊ່ວຍ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ທັງໝົດ. ສ່ວນ​ປະຊາຊົນ​ອິດສະຣາເອນ​ທີ່​ເຫຼືອ​ຢູ່​ນັ້ນ ກໍ​ລ້ວນແລ້ວແຕ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ.


ພວກເຂົາ​ໄດ້​ຢູ່​ກັບ​ດາວິດ​ໃນ​ທີ່ນັ້ນ​ສາມ​ວັນ ແລະ​ພີ່ນ້ອງ​ຊາວ​ເມືອງ​ໄດ້​ຈັດຫາ​ອາຫານ​ແລະ​ເຄື່ອງດື່ມ​ມາ​ລ້ຽງ​ຕ້ອນຮັບ​ພວກເຂົາ.


ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ບັນດາ​ຫົວໜ້າ​ຄອບຄົວ ແລະ​ບັນດາ​ຫົວໜ້າ​ຕະກຸນ ພ້ອມ​ທັງ​ບັນດາ​ເຈົ້າໜ້າທີ່​ອິດສະຣາເອນ ທີ່​ໄດ້​ບໍລິຫານ​ວຽກງານ​ຂອງ​ຣາຊອານາຈັກ. ທຸກໆ​ເດືອນ​ໃນ​ແຕ່ລະ​ປີ​ໃດ ໄດ້​ມີ​ໝວດ​ຕ່າງໆ​ຊາວສີ່​ພັນ​ຄົນ ປະຕິບັດ​ໜ້າທີ່​ພາຍໃຕ້​ຜູ້​ບັນຊາການ​ປະຈຳເດືອນ​ນັ້ນໆ.


ກະສັດ​ໄດ້​ສັ່ງ​ບັນດາ​ຂ້າຣາຊການ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ໃຫ້​ມາ​ປະຊຸມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ຂ້າຣາຊການ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ, ບັນດາ​ຂ້າຣາຊການ​ຜູ້​ທີ່​ໄດ້​ບໍລິຫານ​ວຽກ​ການ​ຂອງ​ອານາຈັກ ບັນດາ​ຜູ້ນຳ​ຂອງ​ຕະກຸນ​ຕ່າງໆ, ບັນດາ​ເຈົ້າໜ້າທີ່​ຜູ້​ເບິ່ງແຍງ​ຊັບສົມບັດ ແລະ​ສັດ​ຂອງ​ກະສັດ ແລະ​ຂອງ​ບັນດາ​ລູກຊາຍ​ຂອງ​ເພິ່ນ ຕະຫລອດ​ທັງ​ບັນດາ​ຂ້າຣາຊການ​ໃນ​ວັງ, ພວກ​ທະຫານ​ທີ່​ເກັ່ງກ້າ, ພວກ​ນັກຮຽນ​ຮູ້ ແລະ​ບັນດາ​ຜູ້​ອາວຸໂສ ກໍໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka