Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 10:9 - ພຣະຄຳພີສັກສິ

9 ພວກເຂົາ​ຈຶ່ງ​ຕັດ​ເອົາ​ຫົວ​ຂອງ​ກະສັດ​ໂຊນ​ພ້ອມ​ທັງ​ປົດ​ເຄື່ອງຮົບ​ອອກ ແລ້ວ​ກໍ​ສົ່ງ​ຄົນນຳຂ່າວ​ດີ​ໄປ​ທົ່ວ​ດິນແດນ​ຟີລິດສະຕິນ ບອກ​ຊາວ​ຟີລິດສະຕິນ​ແລະ​ພະ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 10:9
9 Jak'a apnaqawi uñst'ayäwi  

ຢ່າ​ບອກ​ເລື່ອງນີ້​ສູ່​ຊາວ​ເມືອງກາດ​ຟັງ ຫລື​ໃນ​ຫົນທາງ​ທີ່​ເມືອງ​ອາຊະເກໂລນ​ດ້ວຍ. ຢ່າ​ເຮັດ​ໃຫ້​ພວກຜູ້ຍິງ​ຟີລິດສະຕິນ​ດີໃຈ. ຢ່າ​ໃຫ້​ພວກ​ລູກສາວ​ຂອງ​ຄົນ​ທີ່​ບໍ່​ຮັບ​ພິທີຕັດ​ຊື່ນໃຈ​ຍ້ອນ.


ພວກເຂົາ​ໄດ້​ເອົາ​ອາວຸດ​ເພິ່ນ​ໄປ​ບັນຈຸ​ໄວ້​ໃນ​ວິຫານ​ແຫ່ງ​ໜຶ່ງ​ຂອງ​ພວກເຂົາ ແລະ​ເອົາ​ຫົວ​ຂອງ​ກະສັດ​ໂຊນ​ຫ້ອຍ​ໄວ້​ໃນ​ວິຫານ​ຂອງ​ພະ​ດາໂກນ.


ເພິ່ນ​ກ່າວ​ແກ່​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ຂອງ​ເພິ່ນ​ວ່າ, “ຊັກ​ດາບ​ອອກ​ມາ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ​ຈະ​ບໍ່ໄດ້​ສົມນໍ້າໜ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຜູ້ນັ້ນ​ຢ້ານຫລາຍ​ຈຶ່ງ​ບໍ່​ກ້າ​ຂ້າ​ເພິ່ນ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ຊັກ​ດາບ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.


ມື້​ຕໍ່ມາ ຫລັງຈາກ​ເຊົາ​ສູ້ຮົບ​ແລ້ວ ພວກ​ຟີລິດສະຕິນ​ກໍ​ໄປ​ແກ້​ເອົາ​ເຄື່ອງ​ຈາກ​ຊາກສົບ ແລະ​ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ​ພ້ອມ​ທັງ​ຊາກສົບ​ຂອງ​ພວກ​ລູກຊາຍ ນອນດອຍ​ຢູ່​ທີ່​ເທິງ​ພູເຂົາ​ກິນໂບອາ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ແລ້ວ​ເຂົາ​ກໍ​ນຳ​ຫົວ​ໂຢຮັນ​ໃສ່​ຖາດ​ມາ​ມອບ​ໃຫ້​ຍິງ​ສາວ ແລະ​ນາງ​ກໍ​ມອບ​ຕໍ່​ໃຫ້​ແມ່​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka