Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 10:6 - ພຣະຄຳພີສັກສິ

6 ກະສັດ​ໂຊນ​ແລະ​ລູກຊາຍ​ສາມ​ຄົນ​ຂອງ​ເພິ່ນ​ໄດ້​ຕາຍໄປ​ດັ່ງນີ້ແຫລະ ແລະ​ບໍ່ມີ​ເຊື້ອສາຍ​ຄົນໃດ​ຂອງ​ເພິ່ນ​ໄດ້​ປົກຄອງ​ປະເທດ​ໃນ​ເວລາ​ຕໍ່ມາ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 10:6
8 Jak'a apnaqawi uñst'ayäwi  

ເມື່ອ​ຊາຍໜຸ່ມ​ຜູ້ນັ້ນ​ເຫັນ​ວ່າ​ກະສັດ​ໂຊນ​ໄດ້​ຕາຍ​ແລ້ວ, ລາວ​ຈຶ່ງ​ໃຊ້​ດາບ​ແທງ​ຕົນເອງ​ຕາຍໄປ​ຕາມ​ເພິ່ນ.


ເມື່ອ​ພວກ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ຮ່ອມພູ​ຢິດຊະເຣນ​ໄດ້ຍິນ​ວ່າ ກອງທັບ​ອິດສະຣາເອນ​ໄດ້​ປົບໜີ ແລະ​ກະສັດ​ໂຊນ​ພ້ອມທັງ​ພວກ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຕາຍ​ແລ້ວ; ສະນັ້ນ ພວກເຂົາ​ຈຶ່ງ​ພາກັນ​ປະ​ເມືອງ​ແລະ​ປົບໜີໄປ. ແລ້ວ​ພວກ​ຟີລິດສະຕິນ​ກໍໄດ້​ເຂົ້າ​ມາ​ຢຶດເອົາ​ເມືອງ.


ແຕ່​ຖ້າ​ພວກເຈົ້າ​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມບາບ ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ.”


ກະສັດ​ໂຊນ​ກັບ​ລູກຊາຍ​ສາມ​ຄົນ​ພ້ອມ​ທັງ​ຊາຍໜຸ່ມ​ຜູ້​ທີ່​ຖື​ດາບ​ໃຫ້​ເພິ່ນ​ນັ້ນ ໄດ້​ຕາຍໄປ​ຢ່າງນີ້​ແຫລະ ຄົນ​ຂອງ​ໂຊນ​ທຸກຄົນ​ໄດ້​ຕາຍໄປ​ໃນ​ວັນ​ນັ້ນ.


ພໍ​ຊາຍ​ຄົນ​ນັ້ນ​ເວົ້າ​ເຖິງ​ຫີບ​ຂອງ​ພຣະເຈົ້າ ເອລີ​ຜູ້​ທີ່​ນັ່ງ​ຢູ່​ໃກ້​ປະຕູ​ພຣະວິຫານ ກໍ​ຫງາຍຫລັງ​ລົ້ມລົງ​ຄໍ​ຫັກ​ຕາຍ​ເພາະ​ເພິ່ນ​ເຖົ້າແກ່​ແລະ​ຕຸ້ຍ. ເອລີ​ເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ສີ່ສິບ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka