Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 10:4 - ພຣະຄຳພີສັກສິ

4 ເພິ່ນ​ກ່າວ​ແກ່​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ຂອງ​ເພິ່ນ​ວ່າ, “ຊັກ​ດາບ​ອອກ​ມາ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ​ຈະ​ບໍ່ໄດ້​ສົມນໍ້າໜ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຜູ້ນັ້ນ​ຢ້ານຫລາຍ​ຈຶ່ງ​ບໍ່​ກ້າ​ຂ້າ​ເພິ່ນ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ຊັກ​ດາບ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 10:4
19 Jak'a apnaqawi uñst'ayäwi  

ຢ່າ​ບອກ​ເລື່ອງນີ້​ສູ່​ຊາວ​ເມືອງກາດ​ຟັງ ຫລື​ໃນ​ຫົນທາງ​ທີ່​ເມືອງ​ອາຊະເກໂລນ​ດ້ວຍ. ຢ່າ​ເຮັດ​ໃຫ້​ພວກຜູ້ຍິງ​ຟີລິດສະຕິນ​ດີໃຈ. ຢ່າ​ໃຫ້​ພວກ​ລູກສາວ​ຂອງ​ຄົນ​ທີ່​ບໍ່​ຮັບ​ພິທີຕັດ​ຊື່ນໃຈ​ຍ້ອນ.


ລາວ​ຕອບ​ວ່າ, “ບັງເອີນ​ຂ້ານ້ອຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ ແລະ​ຂ້ານ້ອຍ​ໄດ້​ເຫັນ​ກະສັດ​ໂຊນ​ຢືນ​ຄໍ້າ​ຫອກ​ຂອງຕົນ​ຢູ່ ແລະ​ລົດຮົບ​ກັບ​ທະຫານ​ມ້າ​ຂອງ​ສັດຕູ​ກໍ​ແລ່ນ​ເຂົ້າ​ມາ​ໃກ້​ຕົວ​ເພິ່ນ.


ເມື່ອ​ອາຮີໂຕເຟນ​ເຫັນ​ວ່າ ກະສັດ​ບໍ່ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງຕົນ ລາວ​ກໍ​ຂີ່​ລໍ​ກັບ​ສູ່​ບ້ານ​ເມືອງ​ຂອງຕົນ; ເມື່ອ​ຈັດການ​ກັບ​ທຸລະກິດ​ໃນ​ຄອບຄົວ​ຮຽບຮ້ອຍ​ແລ້ວ ລາວ​ກໍ​ຜູກ​ຄໍ​ຕາຍ. ຊາກສົບ​ຂອງ​ລາວ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ປະຈຳ​ຄອບຄົວ.


ເມື່ອ​ຊິມຣີ​ເຫັນ​ວ່າ​ເມືອງ​ຖືກ​ຕີ​ແຕກ​ແລ້ວ, ເພິ່ນ​ຈຶ່ງ​ເຂົ້າ​ໄປ​ໃນ​ປ້ອມ​ປ້ອງກັນ​ວັງ ແລະ​ໄດ້​ຈູດ​ຣາຊວັງ​ຖິ້ມ ແລະ​ຕາຍໄປ​ໃນ​ກອງ​ໄຟ​ນັ້ນ.


ການ​ສູ້ຮົບ​ປິດລ້ອມ​ກະສັດ​ໂຊນ​ໜັກໜ່ວງ​ຫລາຍ ແລະ​ເພິ່ນ​ເອງ​ກໍ​ຖືກ​ລູກທະນູ​ຂອງ​ສັດຕູ​ບາດເຈັບ​ສາຫັດ.


ເມື່ອ​ຊາຍໜຸ່ມ​ຜູ້ນັ້ນ​ເຫັນ​ວ່າ​ກະສັດ​ໂຊນ​ໄດ້​ຕາຍ​ແລ້ວ, ລາວ​ຈຶ່ງ​ໃຊ້​ດາບ​ແທງ​ຕົນເອງ​ຕາຍໄປ​ຕາມ​ເພິ່ນ.


ດ້ວຍ​ເງິນ​ທີ່​ຢູດາ​ໄດ້​ມາ​ຈາກ​ການ​ກະທຳ​ຊົ່ວ​ຂອງຕົນ ໄປ​ຊື້​ດິນ​ຕອນ​ໜຶ່ງ; ລາວ​ລົ້ມ​ຟາດ​ລົງ​ທີ່ດິນ​ຕອນ​ນີ້ ຈົນ​ເລົາ​ຄີງ​ແຕກ ແລະ​ໄສ້​ໂລ່​ອອກ​ມາ​ທັງໝົດ.


ເມື່ອ​ເຈົ້າໜ້າທີ່​ຕື່ນ​ຂຶ້ນ ແລະ​ເຫັນ​ວ່າ​ປະຕູ​ຄຸກ​ທຸກ​ບານ​ໄຂ​ຢູ່ ຈຶ່ງ​ຄິດວ່າ​ນັກໂທດ​ທຸກຄົນ​ປົບໜີໄປ​ແລ້ວ. ດັ່ງນັ້ນ ລາວ​ຈຶ່ງ​ຊັກ​ດາບ​ຂອງຕົນ​ອອກ ແລະ​ກຳລັງ​ຈະ​ຂ້າ​ຕົວ​ເສຍ.


ຕໍ່ມາ ແຊມຊັນ​ຫິວນໍ້າ​ຫລາຍ ລາວ​ຈຶ່ງ​ຂໍຮ້ອງ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ໄຊຊະນະ​ອັນ​ຍິ່ງໃຫຍ່ ດຽວ​ນີ້​ຂ້ານ້ອຍ​ກຳລັງ​ຫິວນໍ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ແລະ​ພຣະອົງ​ຈະ​ໃຫ້​ພວກ​ຟີລິດສະຕິນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຈັບ​ຂ້ານ້ອຍ​ຊັ້ນບໍ?”


ຕໍ່ມາ ພວກ​ຟີລິດສະຕິນ​ກໍ​ຈັບ​ແຊມຊັນ​ໄດ້ ແລະ​ເຈາະ​ແກ່ນຕາ​ທັງສອງ​ຂອງ​ລາວ. ພວກເຂົາ​ໄດ້​ນຳ​ລາວ​ໄປ​ທີ່​ເມືອງ​ກາຊາ ແລະ​ໃຊ້​ໂສ້​ທີ່​ເປັນ​ທອງສຳຣິດ​ລ່າມ​ລາວ​ໄວ້ ແລະ​ທັງ​ບັງຄັບ​ລາວ​ໃຫ້​ໂມ້ແປ້ງ​ຢູ່​ໃນ​ຄຸກ.


ແລ້ວ​ໃນ​ທັນໃດນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ຕົນ​ມາ ແລະ​ສັ່ງ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ມາ​ຂ້າ​ຂ້ອຍ​ສາ ເພື່ອ​ຄົນ​ຈະ​ບໍ່ໄດ້​ຮູ້​ວ່າ​ຂ້ອຍ​ຕາຍ​ຍ້ອນ​ແມ່ຍິງ.” ດັ່ງນັ້ນ ຊາຍໜຸ່ມ​ຄົນ​ນັ້ນ​ຈຶ່ງ​ແທງ​ເພິ່ນ​ຈົນ​ສິ້ນໃຈ​ຕາຍ.


ໂຢນາທານ​ເວົ້າ​ກັບ​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ. ບາງທີ​ພຣະເຈົ້າຢາເວ​ຈະ​ຊ່ວຍເຫລືອ​ພວກເຮົາ​ກໍໄດ້. ຖ້າ​ພຣະອົງ​ຊ່ວຍເຫລືອ​ພວກເຮົາ ຈະ​ບໍ່ມີ​ສິ່ງໃດ​ກີດກັ້ນ​ບໍ່​ໃຫ້​ພຣະເຈົ້າຢາເວ​ມອບ​ໄຊຊະນະ​ແກ່​ພວກເຮົາ​ໄດ້​ດອກ ເຖິງ​ແມ່ນ​ວ່າ​ພວກເຮົາ​ມີ​ໜ້ອຍຄົນ​ກໍຕາມ.”


ດາວິດ​ຈຶ່ງ​ຖາມ​ພວກ​ທີ່​ຢູ່​ໃກ້​ກັບ​ລາວ​ນັ້ນ​ວ່າ, “ຜູ້​ທີ່​ຂ້າ​ຄົນ​ຟີລິດສະຕິນ​ຜູ້​ນີ້​ໄດ້ ແລະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ໝິ່ນປະໝາດ​ນີ້​ຈະ​ໄດ້​ຫຍັງ? ຄົນ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ ທີ່​ກຳລັງ​ເວົ້າ​ທ້າທາຍ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ນັ້ນ​ແມ່ນ​ຜູ້ໃດ?”


ຂ້ານ້ອຍ​ເຄີຍ​ຂ້າ​ສິງ​ແລະ​ໝີ​ມາ​ແລ້ວ ແລະ​ຂ້ານ້ອຍ​ຈະ​ເຮັດ​ກັບ​ຊາຍ​ຟີລິດສະຕິນ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ນີ້​ຢ່າງ​ດຽວກັນ ເພາະ​ມັນ​ໄດ້​ໝິ່ນປະໝາດ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.


ເພິ່ນ​ເອີ້ນ​ບອກ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ເພິ່ນ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຈະ​ບໍ່ໄດ້​ດູຖູກ​ຂ້ອຍ​ແລະ​ຂ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຄົນ​ນັ້ນ​ຢ້ານໂພດ​ຈຶ່ງ​ບໍ່ກ້າ​ຂ້າ. ສະນັ້ນ ກະສັດ​ໂຊນ​ຈຶ່ງ​ຖອດ​ດາບ​ຂອງຕົນ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka