3 ການສູ້ຮົບປິດລ້ອມກະສັດໂຊນໜັກໜ່ວງຫລາຍ ແລະເພິ່ນເອງກໍຖືກລູກທະນູຂອງສັດຕູບາດເຈັບສາຫັດ.
ແຕ່ພວກເຂົາຖືກພວກຟີລິດສະຕິນຈັບໄດ້ ພ້ອມທັງລູກຊາຍສາມຄົນຂອງກະສັດໂຊນ ດັ່ງນີ້: ໂຢນາທານ, ອາບີນາດາບ ແລະມັນກີຊູອາ. ພວກຟີລິດສະຕິນໄດ້ຂ້າພວກເຂົາຖິ້ມ.
ເພິ່ນກ່າວແກ່ຊາຍໜຸ່ມຜູ້ທີ່ຖືອາວຸດຂອງເພິ່ນວ່າ, “ຊັກດາບອອກມາຂ້າຂ້ອຍສາ ເພື່ອພວກຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າຈະບໍ່ໄດ້ສົມນໍ້າໜ້າຂ້ອຍ.” ແຕ່ຊາຍໜຸ່ມຜູ້ນັ້ນຢ້ານຫລາຍຈຶ່ງບໍ່ກ້າຂ້າເພິ່ນ. ດັ່ງນັ້ນ ກະສັດໂຊນຈຶ່ງຊັກດາບອອກມາແລະຂ້າຕົນເອງເສຍ.
ຜູ້ທີ່ວ່ອງໄວທີ່ສຸດກໍບໍ່ສາມາດແລ່ນໜີພົ້ນໄປໄດ້; ຜູ້ທີ່ແຂງແຮງກໍຈະສູນເສຍກຳລັງ ແລະພວກນາຍທະຫານກໍບໍ່ສາມາດຊ່ວຍຊີວິດຂອງຕົນໃຫ້ພົ້ນໄດ້.