Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 10:12 - ພຣະຄຳພີສັກສິ

12 ບັນດາ​ທະຫານ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍໄດ້​ໄປ​ເອົາ​ຊາກສົບ​ຂອງ​ກະສັດ​ໂຊນ ແລະ​ຊາກສົບ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ​ກັບຄືນ​ມາ​ທີ່​ຢາເບັດ. ພວກເຂົາ​ໄດ້​ຝັງ​ຊາກສົບ​ເຫຼົ່ານັ້ນ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ແລະ​ຖືສິນ​ອົດອາຫານ​ເຈັດ​ວັນ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 10:12
10 Jak'a apnaqawi uñst'ayäwi  

ອັບຣາມ​ໄດ້​ເດີນທາງ​ຜ່ານ​ປະເທດ​ໄປ​ຕໍ່ ຈົນ​ຮອດ​ຕົ້ນໄມ້​ສັກສິດ​ທີ່​ໂມເຣ ຊຶ່ງ​ເປັນ​ບ່ອນ​ສັກສິດ​ຂອງ​ເມືອງ​ຊີເຄມ. (ໃນ​ຄາວ​ນັ້ນ ຊາວ​ການາອານ​ຍັງ​ອາໄສ​ຢູ່​ໃນ​ດິນແດນ​ນີ້.)


ນາງ​ເດໂບຣາ​ເອື້ອຍ​ລ້ຽງ​ຂອງ​ນາງ​ເຣເບກາ​ໄດ້​ເສຍ​ຊີວິດ ແລະ​ຖືກ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​ເມືອງ​ເບັດເອນ. ສະນັ້ນ ພວກເຂົາ​ຈຶ່ງ​ໃສ່​ຊື່​ຕົ້ນໄມ້​ນັ້ນ​ວ່າ, “ຕົ້ນ​ໝາກກໍ່​ແຫ່ງ​ນໍ້າຕາ.”


ເມື່ອ​ຂະບວນ​ແຫ່​ໄດ້​ມາ​ເຖິງ​ລານເຂົ້າ​ຂອງ​ອາຕາດ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ; ພວກເຂົາ​ໄດ້​ຈັດ​ພິທີ​ປົງສົບ​ຢ່າງ​ຍິ່ງໃຫຍ່​ຂຶ້ນ ແລະ​ໂຢເຊັບ​ກໍ​ຈັດ​ພິທີ​ໄວ້ທຸກ​ເປັນ​ເວລາ​ເຈັດ​ວັນ.


ຕະຫລອດ​ທັງ​ວັນ ປະຊາຊົນ​ທັງ​ໝົດ​ໄດ້​ພະຍາຍາມ​ໃຫ້​ກະສັດ​ດາວິດ​ກິນ​ອາຫານ, ແຕ່​ເພິ່ນ​ກັບ​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ານ້ອຍ​ເຖິງ​ຕາຍ​ເຖີດ ຖ້າ​ຂ້ານ້ອຍ​ກິນ​ສິ່ງໃດ​ສິ່ງໜຶ່ງ​ກ່ອນ​ຕາເວັນ​ຕົກ​ດິນ.”


ເມື່ອ​ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້ຍິນ​ສິ່ງ​ທີ່​ພວກ​ຟີລິດສະຕິນ ໄດ້​ເຮັດ​ຕໍ່​ກະສັດ​ໂຊນ


ແລະ ຊາວ​ຢູດາຍ​ຫລາຍ​ຄົນ​ໄດ້​ມາ​ເພື່ອ​ເລົ້າໂລມ​ໃຈ​ນາງ​ມາຣີ​ແລະ​ນາງ​ມາທາ ຍ້ອນ​ນ້ອງຊາຍ​ຂອງ​ພວກເຂົາ​ໄດ້​ຕາຍ​ແລ້ວ.


ປະມານ​ໜຶ່ງ​ເດືອນ​ຕໍ່ມາ ເຈົ້າ​ນາຮາດ​ກະສັດ​ແຫ່ງ​ອຳໂມນ​ໄດ້​ຍົກທັບ​ມາ​ໂຈມຕີ​ເມືອງ​ຢາເບັດ​ກີເລອາດ ແລະ​ປິດລ້ອມ​ເມືອງ​ໄວ້. ຊາວ​ເມືອງ​ຢາເບັດ​ຈຶ່ງ​ເວົ້າ​ກັບ​ເຈົ້າ​ນາຮາດ​ວ່າ, “ຈົ່ງ​ເຮັດ​ສັນຍາ​ກັບ​ພວກ​ຂ້ານ້ອຍ​ສາ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ຮັບ​ທ່ານ​ເປັນ​ຜູ້ປົກຄອງ.”


ພວກເຂົາ​ບອກ​ຄົນນຳຂ່າວ​ມາ​ຈາກ​ຢາເບັດ​ກີເລອາດ​ນັ້ນ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ຂອງ​ພວກເຈົ້າ​ວ່າ ມື້ອື່ນ​ເຊົ້າ​ກ່ອນ​ທ່ຽງ ພວກຂ້ອຍ​ຈະ​ໄປ​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ.” ເມື່ອ​ຊາວ​ຢາເບັດ​ໄດ້​ຮັບ​ຂ່າວ​ນັ້ນ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫຼາຍ ແລະ​ເວົ້າ​ຕໍ່​ເຈົ້າ​ນາຮາດ​ວ່າ,


ຄົນ​ທີ່​ອົງອາດ​ກ້າຫານ ກໍ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ເບັດ​ຊານ​ຕະຫລອດ​ຄືນ. ພວກເຂົາ​ໄດ້​ເອົາ​ຊາກສົບ​ຂອງ​ກະສັດ​ໂຊນ​ກັບ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ​ລົງ​ມາ​ຈາກ​ກຳແພງ​ເມືອງ ແລະ​ນຳ​ຊາກສົບ​ເຫຼົ່ານັ້ນ​ໄປ​ທີ່​ເມືອງ​ຢາເບັດ ແລະ​ຈູດ​ໃນ​ທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka