Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 1:7 - ພຣະຄຳພີສັກສິ

7 ເຊື້ອສາຍ​ຂອງ​ຢາວານ ມີ​ດັ່ງນີ້: ຊາວ​ເອລີຊາ, ສະເປນ, ໄຊປຣັດ ແລະ​ໂຣເດັດ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 1:7
12 Jak'a apnaqawi uñst'ayäwi  

ເຊື້ອສາຍ​ຂອງ​ຢາວານ​ແມ່ນ​ຊາວ​ເອລີຊາ, ສະເປນ, ໄຊປຣັດ ແລະ​ໂຣເດັດ; ພວກເຂົາ​ເປັນ​ປູ່ຍາຕາຍາຍ​ຂອງ​ປະຊາຊົນ ທີ່​ອາໄສ​ຢູ່​ຕາມ​ຝັ່ງ​ທະເລ ແລະ​ເກາະ​ດອນ​ຕ່າງໆ.


ເຊື້ອສາຍ​ຂອງ​ໂກເມ ມີ​ດັ່ງນີ້: ຊາວ​ອັດຊະເກນາດ, ຣີຟາດ ແລະ​ໂຕກາມາ.


ພວກ​ລູກຊາຍ​ຂອງ​ຮາມ ມີ​ດັ່ງນີ້: ກູເຊ, ເອຢິບ, ລີເບຍ​ແລະ​ການາອານ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຕໍ່ໆ​ມາ​ຂອງ​ຊົນຊາດ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.


ກະສັດ​ຂອງ​ສະເປນ​ແລະ​ເກາະ​ດອນ​ທັງຫລາຍ ຕ່າງ​ກໍ​ຈະ​ນຳ​ຂອງ​ບັນນາການ​ມາ​ມອບ​ໃຫ້​ເພິ່ນ. ບັນດາ​ກະສັດ​ແຫ່ງ​ອາຣາເບຍ​ແລະ​ເອທີໂອເປຍ ກໍ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ມອບ​ໃຫ້.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຕີເຣ. ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ພວກ​ແລ່ນ​ເຮືອ​ແຫ່ງ​ຕາກຊິດ​ເອີຍ ທ່າ​ເຮືອ​ໃນ​ເມືອງ​ທ່າ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ; ບ້ານ​ເຮືອນ​ກັບ​ທ່າ​ເຮືອ​ຖືກ​ພັງ​ພິນາດ​ສາ​ແລ້ວ. ພວກເຈົ້າ​ຮູ້​ຂ່າວ​ຕ່າງໆ ເມື່ອ​ເຮືອ​ຂອງ​ພວກເຈົ້າ​ກັບ​ມາ​ແຕ່​ເມືອງ​ໄຊປຣັດ.


ເມືອງ​ຊີໂດນ​ເອີຍ ຄວາມສຸກ​ຂອງ​ເຈົ້າ​ໄດ້​ສິ້ນສຸດລົງ​ສາ​ແລ້ວ ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍໄດ້​ຖືກ​ກົດຂີ່. ເຖິງ​ແມ່ນ​ວ່າ​ພວກເຂົາ​ປົບໜີໄປ​ທີ່​ເມືອງ​ໄຊປຣັດ; ແຕ່​ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ປອດໄພ.


ແລະ​ເຮົາ​ຈະ​ຕັ້ງ​ໝາຍສຳຄັນ​ໄວ້​ໃນ​ທ່າມກາງ​ພວກເຂົາ. ເຮົາ​ຈະ​ໄວ້​ຊີວິດ​ບາງຄົນ​ໃນ​ພວກເຂົາ ແລະ​ສົ່ງ​ພວກເຂົາ​ໄປ​ຍັງ​ຊົນຊາດ​ຕ່າງໆ​ແລະ​ສູ່​ດິນແດນ​ທີ່​ຫ່າງໄກ ບ່ອນ​ທີ່​ບໍ່ໄດ້ຍິນ​ເຖິງ​ຊື່ສຽງ ຫລື​ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງເຮົາ​ເລີຍ​ຄື: ສະເປນ, ລີເບຍ, ແລະ​ລີເດຍ ພ້ອມ​ດ້ວຍ​ນັກຍິງທະນູ​ຜູ້​ທີ່​ຊຳນິ​ຊຳນານ ແລະ​ໄປ​ຍັງ​ຕູບານ​ແລະ​ກຣີກ. ໃນ​ທ່າມກາງ​ຊົນຊາດ​ເຫຼົ່ານີ້ ພວກເຂົາ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງເຮົາ.


ຈົ່ງ​ໄປ​ທາງ​ທິດ​ຕາເວັນຕົກ​ຂອງ​ເກາະ​ໄຊປຣັດ ສົ່ງ​ຜູ້ໜຶ່ງ​ໄປ​ທາງທິດ​ຕາເວັນອອກ​ຂອງ​ເກດາ​ພຸ້ນ. ພວກເຈົ້າ​ຈະ​ເຫັນ​ວ່າ​ບໍ່ມີ​ເຫດການ​ໃດໆ ທີ່​ເຄີຍ​ເກີດຂຶ້ນ​ມາ​ດັ່ງ​ເຫດການ​ເຫຼົ່ານີ້.


ພວກເຂົາ​ໄດ້​ຕົ້ນກໍ່​ມາ​ຈາກ​ບາຊານ​ເຮັດ​ໄມ້​ພາຍ ໄດ້​ໄມ້​ສົນ​ຈາກ​ໄຊປຣັດ​ເຮັດ​ຂົວ​ເຮືອ​ຂັດ​ງາ​ຊ້າງ.


ຜ້າໃບ​ຂອງ​ເຈົ້າ​ເຮັດ​ດ້ວຍ​ຜ້າປ່ານ​ຈາກ​ປະເທດ​ເອຢິບ ຜ້າ​ແສ່ວ​ເປັນ​ສີແດງເຂັ້ມ​ເບິ່ງ​ເຫັນ​ແຕ່​ໄກ​ໄດ້. ຜ້າ​ເຫຼົ່ານີ້​ໄດ້​ເຮັດ​ມາ​ຈາກ​ເກາະ​ໄຊປຣັດ ຜ້າປ່ານ​ສີມ່ວງ​ຊັ້ນດີ​ເປັນ​ສິນຄ້າ​ຂອງ​ເຈົ້າ.


ຊາວ​ໂຣມ​ຈະ​ມາ​ທາງ​ເຮືອ ແລະ​ຂັດຂວາງ​ລາວ​ໄວ້ ແລະ​ລາວ​ຈະ​ຢ້ານກົວ. ແລ້ວ​ລາວ​ກໍ​ຈະ​ກັບຄືນ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ຈະ​ວາງແຜນ​ທຳລາຍ​ພັນທະສັນຍາ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ. ລາວ​ຈະ​ເຮັດ​ຕາມ​ຄຳແນະນຳ​ຂອງ​ພວກ​ທີ່​ປະຖິ້ມ​ພັນທະສັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka