5 ພວກລູກຊາຍຂອງຢາເຟດ ມີດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະຕີຣາດ. ພວກນີ້ເປັນປູ່ຍ່າຕາຍາຍຕໍ່ໆມາຂອງຊົນຊາດທີ່ໄດ້ໃສ່ຊື່ຂອງພວກເຂົາ.
ແລະລາເມັກເປັນພໍ່ຂອງໂນອາ. ໂນອາມີລູກຊາຍສາມຄົນ ດັ່ງນີ້: ເຊມ, ຮາມ ແລະຢາເຟດ.
ເຊື້ອສາຍຂອງໂກເມ ມີດັ່ງນີ້: ຊາວອັດຊະເກນາດ, ຣີຟາດ ແລະໂຕກາມາ.
ການອາໄສຢູ່ທ່າມກາງພວກເຈົ້າກໍຊົ່ວເທົ່າກັບຢູ່ນຳ ຊາວເມເຊັກຫລືນຳປະຊາຊົນແຫ່ງເກດານັ້ນ.
ເຈົ້າໄດ້ເຮັດທຸລະກິດໃນກຣີກ, ຕູບານ ແລະເມເຊັກ ທັງໄດ້ເອົາສິນຄ້າຂອງເຈົ້າປ່ຽນເອົາພວກທາດຮັບໃຊ້ແລະເຄື່ອງທອງສຳຣິດ.
ນັກຮົບທຸກຄົນຈາກດິນແດນໂກເມແລະເບັດໂຕກາມາທາງທິດເໜືອ ກໍມາກັບເຈົ້າຕະຫລອດທັງຊົນຊາດອື່ນໆດ້ວຍ.
“ເພາະສະນັ້ນ ມະນຸດເອີຍ ຈົ່ງທຳນວາຍຕໍ່ສູ້ໂກກ ນາຍຜູ້ປົກຄອງຊົນຊາດເມເຊັກ ແລະຕູບານ ແລະບອກລາວວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວວ່າ ເຮົາເປັນສັດຕູຂອງເຈົ້າ.