Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 1:4 - ພຣະຄຳພີສັກສິ

4 ແລະ​ລາເມັກ​ເປັນ​ພໍ່​ຂອງ​ໂນອາ. ໂນອາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 1:4
16 Jak'a apnaqawi uñst'ayäwi  

ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ພວກ​ລູກຊາຍ​ໂນອາ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. ສາມ​ຄົນ​ນີ້​ຫລັງຈາກ​ນໍ້າ​ໄດ້​ຖ້ວມ​ແຜ່ນດິນ​ໂລກ ພວກເຂົາ​ກໍໄດ້​ລູກຊາຍ​ຫລາຍ​ຄົນ.


ເມື່ອ​ໂນອາ​ອາຍຸ​ໄດ້ 500 ປີ ໂນອາ​ມີ​ລູກຊາຍ​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ.


ພຣະເຈົ້າຢາເວ​ໄດ້​ບອກ​ໂນອາ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ເຮືອ​ກັບ​ຄອບຄົວ​ທັງໝົດ​ຂອງ​ເຈົ້າ; ເຮົາ​ເຫັນ​ແລ້ວ​ວ່າ ແມ່ນ​ເຈົ້າ​ຜູ້​ດຽວ​ເທົ່ານັ້ນ​ໃນ​ໝົດ​ທັງ​ໂລກນີ້​ທີ່​ເຮັດ​ສິ່ງ​ຊອບທຳ.


ລູກຊາຍ​ຂອງ​ໂນອາ​ທີ່​ອອກ​ມາ​ຈາກ​ເຮືອ​ໃຫຍ່ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. (ຮາມ​ເປັນ​ພໍ່​ຂອງ​ຊົນເຜົ່າ​ການາອານ.)


ລູກຊາຍ​ທັງ​ສາມ​ຂອງ​ໂນອາ​ນີ້​ເປັນ​ບັນພະບຸລຸດ​ຂອງ​ປະຊາຊາດ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ.


ເພິ່ນ​ໄດ້​ຕາຍໄປ​ເມື່ອ​ເພິ່ນ​ອາຍຸ​ໄດ້ 950 ປີ.


ຢາເຣັດ​ເປັນ​ພໍ່​ຂອງ​ເອນົກ ແລະ​ເອນົກ​ເປັນ​ພໍ່​ຂອງ​ເມທູເສລາ; ເມທູເສລາ​ເປັນ​ພໍ່​ຂອງ​ລາເມັກ,


ພວກ​ລູກຊາຍ​ຂອງ​ຢາເຟດ ມີ​ດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ​ຕີຣາດ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຕໍ່ໆ​ມາ​ຂອງ​ຊົນຊາດ​ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ.


ເຖິງ​ແມ່ນ​ວ່າ​ສາມ​ຄົນ​ນີ້ ຄື​ໂນອາ, ດາເນນ, ແລະ​ໂຢບ​ອາໄສ​ຢູ່​ທີ່​ນັ້ນ​ກໍຕາມ; ຄຸນງາມ​ຄວາມດີ​ຂອງ​ພວກເຂົາ​ກໍ​ຊ່ວຍ​ໄດ້​ແຕ່​ຊີວິດ​ຂອງ​ພວກເຂົາ​ເອງ​ເທົ່ານັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ໃນ​ສະໄໝ​ຂອງ​ໂນອາ ເຫດການ​ເປັນ​ມາ​ແລ້ວ​ຢ່າງ​ໃດ ໃນ​ສະໄໝ​ຂອງ​ບຸດ​ມະນຸດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ.


ເຊລາ​ເປັນ​ລູກຊາຍ​ຂອງ​ກາຍນານ, ກາຍນານ​ເປັນ​ລູກຊາຍ​ຂອງ​ອາກປັກຊາດ, ອາກປັກຊາດ​ເປັນ​ລູກຊາຍ​ຂອງ​ເຊມ, ເຊມ​ເປັນ​ລູກຊາຍ​ຂອງ​ໂນອາ, ໂນອາ​ເປັນ​ລູກຊາຍ​ຂອງ​ລາເມັກ,


ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.


ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ມະນຸດສະໂລກ​ຄາວ​ບູຮານ ແຕ່​ໄດ້​ຮັກສາ​ໂນອາ​ຜູ້​ປະກາດ​ຄວາມ​ຊອບທຳ ກັບ​ຄົນອື່ນ​ອີກ​ເຈັດ​ຄົນ ເມື່ອ​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ນໍ້າ​ຖ້ວມ​ໂລກ ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka