39 ພວກລູກຊາຍຂອງໂລຕັນ ມີດັ່ງນີ້: ໂຮຣີແລະໂຮມາມ. (ໂລຕັນມີນ້ອງສາວຜູ້ໜຶ່ງຊື່ວ່າ ຕີມນາ.)
ໂລຕັນແມ່ນບັນພະບຸລຸດຂອງຕະກຸນໂຮຣີແລະໂຮມາມ. (ໂລຕັນມີນ້ອງສາວຜູ້ໜຶ່ງຊື່ວ່າ ຕີມນາ.)
ພວກລູກຊາຍຂອງເສອີ ມີດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະດີຊານ
ພວກລູກຊາຍຂອງໂຊບານ ມີດັ່ງນີ້: ອາລີອານ, ມານາຮາດ, ເອບານ, ເຊຟີ ແລະໂອນາມ. ຊີເບໂອນມີລູກຊາຍສອງຄົນຊື່ວ່າ ອາອີຢາ ແລະອານາ.
ຊາວໂຮຣີເຄີຍອາໄສຢູ່ທີ່ດິນແດນເອໂດມ ແຕ່ພວກລູກຫລານຂອງເອຊາວໄດ້ຂັບໄລ່ພວກເຂົາອອກໄປ ທັງທຳລາຍລ້າງຜານຊົນຊາດຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນແທນ; ເໝືອນດັ່ງກັບຊາວອິດສະຣາເອນ ໃນເວລາຕໍ່ມາໄດ້ຂັບໄລ່ເຫຼົ່າສັດຕູຂອງພວກຕົນ ອອກໄປຈາກດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້.
ພຣະອົງໄດ້ເຮັດແບບດຽວກັນສຳລັບຊາວເອໂດມ ລູກຫລານຂອງເອຊາວ ຜູ້ທີ່ອາໄສຢູ່ຕາມເຂດພູດອຍໃນດິນແດນເອໂດມ. ພຣະອົງໄດ້ທຳລາຍລ້າງຜານຊາວໂຮຣີ ເພື່ອໃຫ້ຊາວເອໂດມຢຶດຄອງດິນແດນຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນແທນ ຈົນເຖິງດຽວນີ້.