Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 1:23 - ພຣະຄຳພີສັກສິ

23 ໂອຟີ, ຮາວີລາ ແລະ​ໂຢບັບ, ຊົນຊາດ​ທັງໝົດ​ນີ້​ເປັນ​ເຊື້ອສາຍ​ຂອງ​ໂຢກທານ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 1:23
12 Jak'a apnaqawi uñst'ayäwi  

ໂອຟີ, ຮາວີລາ ແລະ​ໂຢບັບ. ພວກເຂົາ​ທັງໝົດ​ແມ່ນ​ເຊື້ອສາຍ​ຂອງ​ໂຢກທານ.


ສາຍ​ທີ​ໜຶ່ງ​ຊື່​ວ່າ ປີໂຊນ ຊຶ່ງ​ໄຫລ​ອ້ອມ​ດິນແດນ​ຮາວີລາ. (


ເຊື້ອສາຍ​ຂອງ​ອິດຊະມາເອນ​ອາໄສ​ຢູ່​ໃນ​ດິນແດນ ລະຫວ່າງ​ເມືອງ​ຮາວີລາ​ແລະ​ຊູເຣ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ປະເທດ​ເອຢິບ ຕາມ​ທາງ​ໄປ​ສູ່​ປະເທດ​ອັດຊີເຣຍ. ພວກເຂົາ​ອາໄສ​ຢູ່​ຕ່າງຫາກ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ.


ນອກຈາກນີ້​ແລ້ວ ຍັງ​ມີ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ ທີ່​ບັນທຸກ​ຄຳ​ມາ​ແຕ່​ໂອເຟຍ ແລະ​ທັງ​ໄດ້​ນຳ​ເອົາ​ໄມ້​ຈັນ ແລະ​ເພັດ​ເປັນ​ຈຳນວນ​ຫລວງຫລາຍ ມາ​ຈາກ​ທີ່​ນັ້ນ​ດ້ວຍ.


ພວກເຂົາ​ຂີ່​ເຮືອ​ໄປ​ເມືອງ​ໂອເຟຍ ແລະ​ໄດ້​ນຳ​ເອົາ​ຄຳ​ໜັກ​ປະມານ​ສິບຫ້າ​ໂຕນ ມາ​ໃຫ້​ກະສັດ​ໂຊໂລໂມນ.


ເອບານ, ອາບີມາເອນ, ເຊບາ,


ສາຍ​ຄອບຄົວ​ຕັ້ງແຕ່​ເຊມ​ຫາ​ອັບຣາມ ມີ​ດັ່ງນີ້: ເຊມ, ອາກປັກຊາດ, ເຊລາ,


ຂ້າພະເຈົ້າ​ມອບ​ຄຳສົດ​ຈາກ​ໂອເຟຍ​ກວ່າ​ໜຶ່ງຮ້ອຍ​ໂຕນ ແລະ​ເງິນ​ສົດ​ສອງຮ້ອຍ​ຫົກສິບຫ້າ​ໂຕນ ສຳລັບ​ໃຊ້​ຕົບແຕ່ງ​ຝາ​ຂອງ​ພຣະວິຫານ ແລະ​ສຳລັບ​ເຮັດ​ສິ່ງຂອງ​ຕ່າງໆ​ທີ່​ພວກ​ຊ່າງສີມື​ຈະ​ລົງ​ມື​ເຮັດ. ບັດນີ້ ຜູ້ໃດ​ອີກ​ແດ່​ທີ່​ມີ​ໃຈ​ເຫລື້ອມໃສ​ສັດທາ ຢາກ​ຖວາຍ​ແກ່​ພຣະເຈົ້າຢາເວ?”


ຈົ່ງ​ໂຍນ​ຄຳ​ຂອງ​ເຈົ້າ​ຖິ້ມ​ອອກ​ໄປ​ສາ ໂຍນ​ຄຳ​ບໍຣິສຸດ​ທີ່​ເຈົ້າ​ມີ​ໃສ່​ຫ້ວຍ​ທີ່​ແລ້ງ​ນໍ້າ.


ໃນ​ທ່າມກາງ​ບັນດາ​ສະຕຼີ​ຜູ້​ທີ່​ປະຈຳ​ຢູ່​ໃນ​ວັງ ກໍ​ມີ​ບັນດາ​ລູກສາວ​ຂອງ​ກະສັດ​ຢູ່​ນຳ​ດ້ວຍ ທີ່​ຂ້າງ​ຂວາ​ບັນລັງ​ນັ້ນ​ກໍ​ມີ​ຣາຊີນີ​ຢືນ​ຢູ່ ຜູ້​ທີ່​ຕົບແຕ່ງ​ດ້ວຍ​ເຄື່ອງເອ້​ເປັນ​ຄຳ​ແຫ່ງ​ໂອເຟຍ.


ຄົນ​ທີ່​ລອດຊີວິດ​ຈະ​ຫາ​ຍາກ​ກວ່າ​ຫາ​ຄຳ.


ກະສັດ​ໂຊນ​ໄດ້​ເອົາ​ຊະນະ​ຊາວ​ອາມາເຫຼັກ​ໂດຍ​ສູ້ຮົບ​ກັນ​ຕະຫລອດ​ທາງ ແຕ່​ເມືອງ​ຮາວີລາ​ຈົນເຖິງ​ເມືອງ​ຊູເຣ​ທີ່​ທາງທິດ​ຕາເວັນອອກ​ຂອງ​ເອຢິບ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka