ພວກຄົນງານທີ່ກະສັດໂຊໂລໂມນໄດ້ເກນເອົານີ້ ແມ່ນເຊື້ອສາຍຂອງຊາວການາອານ ທີ່ຊາວອິດສະຣາເອນໄດ້ໄວ້ຊີວິດຂອງພວກເຂົາ ຕອນທີ່ຢຶດເອົາດິນແດນຂອງພວກເຂົານັ້ນ. ພວກເຫຼົ່ານີ້ມີດັ່ງນີ້: ຊາວອາໂມ, ຊາວຮິດຕີ, ຊາວເປຣິຊີ ຊາວຮີວີແລະຊາວເຢບຸດ; ລູກຫລານຂອງພວກເຫຼົ່ານີ້ຍັງສືບຕໍ່ເປັນທາດຮັບໃຊ້ມາຈົນເທົ່າທຸກວັນນີ້.
ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ.